Header Ads

ສາລະວັນ ເລີ່ມລົງມືກໍ່ສ້າງເສັ້ນທາງປູຄອນກຣີດແຫ່ງທຳອິດ



ແຂວງສາລະວັນ ເລີ່ມລົງມືກໍ່ສ້າງເສັ້ນທາງປູດ້ວຍອັສຟານຄອນກຣີດ ແຫ່ງທຳອິດຂອງແຂວງ ເປັນທາງ 2 ຄອງແລ່ນ ໄລຍະທີ 1 (ແຕ່ຫ້ອງການຊາວໜຸ່ມແຂວງ ຫາ ສາມແຍກສະໜາມກິລາແຂວງ) ມີລວງຍາວ 2,5 ກິໂລແມັດ, ຄວາມກວ້າງ 14,8 ແມັດ ແລະຄວາມໜາ 5 ຊັງຕິແມັດ ແລະມີດອນກາງທາງ, ພ້ອມຕິດຕັ້ງໄຟຟ້າເຍືອງທາງດອກໄຟຄູ່, ເຊີ່ງມີມູນຄ່າການກໍ່ສ້າງທັງໝົດເກືອບ 20 ຕື້ກີບ.



ທ່ານ ພອນວິໄລ ໂງ່ນກະເສີມສຸກ ຫົວໜ້າໂຄງການກໍ່ສ້າງຂະຫຍາຍເສັ້ນທາງເທດສະບານແຂວງ ໄດ້ຜ່ານບົດລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂະຫຍາຍເສັ້ນທາງແຫ່ງນີ້ເປັນໂຄງການທີ່ນອນໃນແຜນປັບປຸງຂະຫຍາຍເສັ້ນທາງ ແຕ່ເຮືອນຮັບແຂກແຂວງ ຫາ ສາມແຍກສະໜາມກິລາແຂວງ ມີລວງຍາວທັງໝົດ 3,7 ກິໂລແມັດ, ສຳລັບສົກປີ 2017 ນີ້ ສະພາປະຊາຊົນແຂວງ ໄດ້ອະນຸມັດໂຄງການ ໄລຍະທີ 1, ເຊີ່ງມີລວງຍາວ 2,5 ກິໂລແມັດ. ໄລຍະຜ່ານມາເສັ້ນທາງດັ່ງກ່າວແມ່ນໄດ້ຮັບການພັດທະນາແຕ່ປີ 2003 ແລະໄດ້ສືບຕໍ່ປູຢາງໃນ ປີ 2015 ແຕ່ຫ້ອງການຊາວໜຸ່ມແຂວງ ຫາ ສາມແຍກບ້ານໂພນບົກ ແລະແຕ່ສາມແຍກບ້ານໂພນບົກ ຫາ ສະໜາມກິລາແຂວງ ເປັນທາງປູດິນ ແລະໄດ້ຕັດຜ່ານ 2 ບ້ານຄື: ບ້ານນາເຫຼັກ ແລະບ້ານນາໂຄກ. ໂຄງການນີ້ເປັນແຫ່ງທໍາອິດຂອງແຂວງ ທີ່ປູດ້ວຍອັສຟານຄອນກຣີດ ໜາ 5 ຊັງຕິແມັດ, ມີດອນກາງທາງສູງ 30 ຊັງຕິແມັດ, ກວ້າງ 80 ຊັງຕິແມັດ ແລະຕິດຕັ້ງໄຟຟ້າເຍືອງທາງ ດອກໄຟຄູ່ ແລະມີທາງຍ່າງສອງຂ້າງເຮັດດ້ວຍວັດສະດຸຊັ້ນຮອງພື້ນທາງ, ມີມູນຄ່າການກໍ່ສ້າງທັງໝົດ 19.999 ລ້ານກວ່າກີບ, ໂດຍແມ່ນທຶນລັດຖະບານ 100%. ກຳນົດໄລຍະເວລາການກໍ່ສ້າງ 2 ປີ (ເລີ່ມແຕ່ວັນທີ 23 ສິງຫາ 2017 ເຖີງ 23 ສິງຫາ 2019) ໂດຍແມ່ນບໍລິສັດສົມໄຊກໍ່ສ້າງ ແລະສ້ອມແປງຂົວທາງຈຳກັດ ເປັນຜູ້ຮັບເໝົາ.




ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 22 ສິງຫານີ້ ຢູ່ພະແນກໂຍທາທິການ ແລະຂົນສົ່ງແຂວງ, ໃຫ້ກຽດລົງນາມເຊັນສັນຍາຄັ້ງນີ້ມີ ທ່ານ ບຸນຖຽນ ພົມມະວົງສີ ຮອງຫົວໜ້າພະແນກ ຍທຂ ແຂວງ ຜູ້ຊີ້ນຳວຽກງານຂົວທາງ, ທ່ານ ສົມໄຊ ລຸນທະປັນຍາ ປະທານບໍລິສັດສົມໄຊກໍ່ສ້າງ ແລະສ້ອມແປງຂົວທາງຈຳກັດ, ໂດຍຊ້ອງໜ້າ ທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.




ຂ່າວ-ພາບ: ວິໄລວອນ ສິດທິໄຊ

© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.