Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ



ໃນວັນທີ 30 ສິງຫາ 2017, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ຳນັບ ພະນະທ່ານ ລີ ນັກ ຢອນ (Lee Nak Yon), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫຼີ, ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 29-30 ສິງຫາ 2017 ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດຂອງເວທີການຮ່ວມມືອາຊີຕາເວັນອອກ ແລະ ອາເມຣິກາລາຕິນ ຄັ້ງທີ 8 ຫຼື ກອງປະຊຸມ FEALAC ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 7, ທີ່ ບູຊານ, ສ. ເກົາຫຼີ ໃນລະຫວ່າງວັນທີ 31 ສິງຫາ - 2 ກັນຍາ 2017.

ໃນໂອກາດດັ່ງກ່າວ, ພະນະທ່ານ ລີ ນັກ ຢອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມຢູ່ ສ. ເກົາຫຼີ ໃນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສ. ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນແມ່ນ ທາງດ້ານເສດຖະກິດການຄ້າ, ການລົງທຶນ ແລະ ອື່ນໆ, ພິເສດແມ່ນເຫັນວ່າ ດ້ານການທ່ອງທ່ຽວຍິ່ງນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງດີ, ໂດຍສະເພາະ ສປປ ລາວ ກໍແມ່ນຈຸດໝາຍປາຍທາງໜຶ່ງ ທີ່ນັກທ່ອງທ່ຽວປະເທດ ສ.ເກົາຫຼີ ສົນໃຈເດີນທາງໄປທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.


ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ພະນະທ່ານ ນາຍົກລັດຖະມົນຕີ ທີ່ສະຫຼະເວລາອັນມີຄ່າ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ. ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດຍັງໄດ້ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ລີ ນັກ ຢອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ ຄົນໃໝ່ ແລະ ຫວັງຢ່າງຍິ່ງວ່າ ຄະນະລັດຖະບານຊຸດໃໝ່ ພາຍໃຕ້ການນຳພາຂອງ ພະນະທ່ານນາຍົກລັດຖະມົນຕີ ລີ ນັກ ຢອນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງຜົນສຳເລັດຂອງການພົບປະກັບ ທ່ານ ນາງ ຄັງ ຄຽງ ວາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອຕະຫຼອດໄລຍະຜ່ານມາແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ທີ່ມາ: ກະຊວງການຕ່າງປະເທດ 

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.