Header Ads

ການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ. ເກົາຫຼີ



"ການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ. ເກົາຫຼີ"

1. ໃນວັນທີ 29 ສິງຫາ 2017, ໄດ້ມີການພົບປະສອງຝ່າຍຂຶ້ນ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຄັງ ຄຽງ ວາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ທີ່ ກະຊວງການຕ່າງປະເທດ ສ. ເກົາຫຼີ, ນະຄອນຫຼວງ ເຊອູນ, ໃນໂອກາດຢ້ຽມຢາມທາງການ ສ. ເກົາຫຼີ ເປັນຄັ້ງທຳອີດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 29 - 30 ສິງຫາ 2017.

2. ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ໝາກຜົນ ໃນການພົວພັນມິດຕະພາບ ແລະການຮ່ວມມືທີ່ດີງາມນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ການຮ່ວມມືໃນຫຼາຍດ້ານທີ່ມີໝາກຜົນຕົວຈິງ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນລະດັບສູງຂອງສອງປະເທດ ຢ່າງເປັນປົກກະຕິ ໃນໄລຍະຜ່ານມາ.

3. ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ພະລັງງານ ແລະ ຊັບພະຍາກອນທຳມະຊາດ, ການເງິນ-ການທະນາຄານ, ດ້ານກະສິກຳ, ສາທາລະນະສຸກ, ແຮງງານ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມຍິນດີທີ່ ສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືແລກປ່ຽນວັດທະນະທຳ ແລະ ສິລະປະຮ່ວມກັນ ໃນປີ 2016-2019, ເພື່ອແນ່ໃສ່ຊຸກຍູ້ເສີມສ້າງຄວາມເຂົ້າໃຈ ກ່ຽວກັບ ວັດທະນະທຳ ແລະ ຮີດຄອງປະເພນີ ໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ.


4. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າ ແລະ ໝາກຜົນຂອງການຮ່ວມມືທາງດ້ານການລົງທຶນ ແລະ ການຄ້າ, ໂດຍສະເພາະ ການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ລວມມີ 257 ໂຄງການ, ມູນຄ່າການລົງທຶນຈຳນວນ 750 ລ້ານໂດລາ ສະຫະລັດ ແລະ ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 68 ລ້ານໂດລາ ສະຫະລັດ ໃນປີ 2016 ແລະ ສ. ເກົາຫຼີ ໄດ້ຖືກຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ.

5. ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ນອກຈາກນີ້, ເຫັນວ່າ ສອງຝ່າຍ ຈະຮ່ວມກັນເຮັດວຽກໃນຂອບການຮ່ວມມືຂອງ ອາຊຽນ-ສ. ເກົາຫຼີ, ຂອບການຮ່ວມມື ແມ່ນ້ຳຂອງ-ສ. ເກົາຫຼີ ແລະ ໃນຂອບ ສະຫະປະຊາຊາດ.

6. ລັດຖະມົນຕີກະຊວງຕ່າງປະ​ເທດ ແຫ່ງ ສ​ປ​ປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການ​ຊ່ວຍ​ເຫລືອເພື່ອ​ກາ​ນ​ພັດ​ທະ​ນາ​ຈາກ ສ.ເກົາ​ຫລີ. ໃນ​ນັ້ນ, ການ​ຊ່ວຍ​ເຫລືອ​ໄດ້​ກວມ​ເອົາ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສາ​ທາ​ລະ​ນະ​ສຸກ, ການ​ພັດ​ທະ​ນ​າ​ຊົນ​ນະ​ບົດ ແລະ​ ອື່ນໆ, ເຊິ່ງ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ຂອງ ສ​ປ​ປ ລາວ ຢ່າງ​ຕໍ່​ເນື່ອງ.

7. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນສ. ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການໃນຄັ້ງນີ້ດ້ວຍ.

8. ອີກຄັ້ງໜຶ່ງ, ລັດຖະມົນຕີຕ່າງປະເທດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຄັງ ຄຽງ ວາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ ຄົນໃໝ່ ໃນເດືອນມິຖຸນາ ປີ 2017 ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ຈະໄດ້ຮັບການສືບຕໍ່ຊຸກຍູ້ສົ່ງເສີມໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.

9. ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ຄັງ ຄຽງ ວາກໍໄດ້ສະແດງຄວາມຍິນດີຕ້ອນ​ຮັບຕໍ່​ການ​ຢ້ຽມ​ຢາມຂອງ ລັດຖະມົນຕີກະຊວງຕ່າງປະເທດລາວ ແລະ ຄະນະ ໃນຄັ້ງ​ນີ້ ແລະ ໄດ້ສະ​ແດງ​ຄວາມ​ຂອບ​ໃຈຕໍ່ການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອງເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມຣິກາລາຕິນ ຄັ້ງທີ 8(The 8th Forum for East Asia-Latin America Cooperation “FEALAC” Foreign Ministers’ Meeting) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ - ສ. ເກົາຫຼີ ຄັ້ງທີ 7 (The 7th Mekong-ROKForeign Ministers’ Meeting), ທີ່ ບູຊານ, ສ. ເກົາຫຼີ ຂອງຄະນະຜູ້ແທນລາວ. ພ້ອມນັ້ນ, ທ່ານ ນາງ ຄັງ ຄຽງ ວາ ຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ສປປ ລາວທີ່ໃຫ້ການຮ່ວມ​ມື ແລະ ສະໜັບສະໜູນ ສ. ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນ.

10. ໃນຕອນທ້າຍຂອງການພົບປະຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນ ທ່ານ ລັດຖະມົນຕີຕ່າງປະເທດ ສ. ເກົາຫຼີ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ທ່ານສະດວກ.

11. ໃນການຢ້ຽມຢາມທາງການ ສ. ເກົາຫຼີ ໃນຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຈະເຂົ້າຢ້ຽມຂ່ຳນັບ ພະນະທ່ານ ອີ ນັກ ຢອນ (Lee Nak Yon), ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ ແລະ ຈະຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ປະທານ ສະມາຄົມມິດຕະພາບ ລາວ- ສ. ເກົາຫຼີ; ຜູ້ຕາງໜ້າດ້ານການຄ້າ, ການສຶກສາ ແລະ ກິລາ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ; ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ ແລະ ຫົວໜ້າສູນວັດທະນະທຳລາວ ປະຈຳ ສ. ເກົາຫຼີ ຕາມລຳດັບ.


12. ພາຍຫຼັງການສຳເລັດການຢ້ຽມຢາມທາງການ ສ. ເກົາຫຼີ ແລ້ວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອງເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມຣິກາລາຕິນ ຄັ້ງທີ 8   ( The 8th Forum for East Asia-Latin America Cooperation “FEALAC” Foreign Ministers’ Meeting) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 7 (The 7th Mekong-ROK Foreign Ministers’ Meeting), ທີ່ຈະຈັດຂຶ້ນຢູ່ ບູຊານ, ສ. ເກົາຫຼີ, ໃນລະຫວ່າງວັນທີ 31 ສິງຫາ - 2 ກັນຍາ 2017.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.