Header Ads

ກຸ່ມຕິດອາວຸດໂຣຮິງຢາໝົດທາງເລືອກ ພ້ອມປະກາດສົງຄາມກັບກອງທັບມຽນມາ



ສໍານັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມຕິດອາວຸດໂຣຮິງຢາ ຈະປະກາດສົງຄາມກັບກອງທັບມຽນມາເຕັມຮູບແບບເພື່ອຕອບໂຕ້ການກົດຂີ່ຈາກກອງທັບທີ່ມີຄວາມຮຸນແຮງຂື້ນເລື່ອຍໆ. ທ່ານ ອັບດຸລລາ ເຈົ້າໜ້າທີ່ລະດັບສູງຂອງກອງທັບກູ້ຊາດໂຣຮິງຢາ ອາຣະກັນ (ARSA) ໃຫ້ສໍາພາດ ກັບສໍານັກຂ່າວ Asia Time ວ່າ: ການໂຈມຕີປ້ອມຕໍາຫຼວດ 30  ຈຸດໃນເມືອງໝ່ອງດໍ ລັດຍະໄຂ່ຂອງມຽນມາ ໃນວັນທີ 25 ສິງຫາ ຜ່ານມານີ້ ເປັນການປ້ອງກັນໂຕເອງ ຈາກເຈົ້າໜ້າທີ່ຄວາມໝັ້ນຄົງຂອງມຽນມາ ທີ່ພະຍາຍາມຍົກລະດັບຄວາມຮຸນແຮງໃນການປາບປາມຊາວໂຣຮິງຢາ ໂດຍມີການເພີ່ມກໍາລັງທະຫານເຂົ້າມາ ລັດຍະໄຂ່ ເຖິງ 400 ຄົນ ເຊິ່ງສວນທາງກັບທາງ ຝ່າຍທະຫານມຽນມາທີ່ບອກວ່າແມ່ນການປາບປາມຜູ້ກໍ່ການຮ້າຍ.  




ໃນເນື້ອຫາການສໍາພາດ ທ່ານ ອັບດຸລລາ ຍັງອະທິບາຍເພີ່ມວ່າ : ທາງກອງທັບກູ້ຊາດໂຣຮິງຢາ ອາຣະກັນ ຈະຕໍ່ສູ້ກັບກອງທັບມຽນມາຈົນກວ່າ ພວກເຂົາຈະໄດ້ສິດການເປັນພົນລະເມືອງກັບຄຄືນມາ ເຊິ່ງຝ່າຍຕົນເອງບໍ່ມີທາງເລືອກອື່ນອີກນອກຈາກກຕໍ່ສູ້ ແລະ ຕອບໂຕ້ຄືນເພື່ອບໍ່ໃຫ້ກອງມະຫານມຽນມາກົດຂີ່ໄປກວ່ານີ້.




ສໍາລັບການປະທະກັນຄັ້ງລ້າສຸດ ທາງການມຽມມາລາຍງານວ່າມີຜູ້ເສຍຊີວິດກວ່າ 100 ຄົນ ແລະ ຄາດວ່າຈະມີຈໍານວນເພີ່ມຂຶ້ນຕື່ມອີກ .  ຈາກຊໍ້ມູນຂ່າວບອກໃຫ້ຮູ້ວ່າ ຊາວໂຣຮິງຢາຫຼາຍພັນຄົນອົບພະຍົກອອກໜີຈາກພື້ນທີ່ປະທະກັນຂອງທັງສອງຝ່າຍ (ກຸ່ມຕິດອາວຸດໂຣຮິງຢາ ແລະ ກອງທພຫານມຽນມາ) ເຊິ່ງຂະນະດຽວກັນລັດຖະບານຜະເທດບັງກາລາເທດ ກໍ່ສົ່ງຊາວໂຣຮິງຢາກັບຄືນມຽນມາຈໍານວນ 90 ຄົນ. ສ່ວນປະເທດອິນເດຍກໍມີແຜນທີ່ຈະສົ່ງຊາວໂຣຮິງຢາ ກັບຄືນໃຫ້ ມຽນມາອີກຈໍານວນ  40,000 ຄົນ ເຊິ່ງຈາກກໍລະນິດັ່ງກ່າວເຮັດໃຫ້ມີສຽງວີພາກວິຈານເຖິງຄວາມບໍ່ເໜາະສົມ ແລະ ຄວາມໄຮ້ມະນຸດສັດທໍາ ທີ່ສົ່ງຜູ້ອົບພະຍົກກັບຖີ່ນຖານທັງໆທີ່ມີການຕໍ່ສູ້.​

ທີ່ມາ: AsiaTime/Voice TV
© ໂຕະນໍ້າຊາ | tonamcha.com    
__________

Powered by Blogger.