Header Ads

ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນແລະຕ້ານຢາເສບຕິດປກສແຂວງວຽງຈັນ ມ້າງຜູ້ຄ້າຢາລາຍສຳຄັນໄດ້ອີກຄົນພ້ອມຂອງກາງຢາເສບຕິດຫຼາຍຢ່າງລວມທັງສານຕັ້ງຕົ້ນ



ແຂວງວຽງຈັນ:  ຜູ້ຄ້າຢາເສບຕິດລາຍນີ້ຖືກຈັບໃນຄັ້ງວັນທີ 27 ສິງຫາ 2017 ຜ່ານມານີ້ໂດຍແມ່ນເຈົ້າໜ້າທີ່ ປກສ ແຂວງວຽງຈັນສົມທົບກັບເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ໄດ້ລັດກວດຄົ້ນລົດຈັກຜູ້ຕ້ອງສົງໄສທີ່ເປັນເປົ້າໜາຍຄ້າ-ຂາຍຢາເສບຕິດ ຜ່ານການກວດຄົ້ນໄດ້ພົບເຫັນຢາບ້າຈຳນວນ 13.000 ເມັດ , ຢາຝິ່ນຈຳນວນ 900 ກຣາມ ແລະ ແປ້ງຝຸ່ນສີຂາວ 4,5 ກິໂລຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຕ້ອງສົງໄສຊື້ ທ້າວ ແອວ່າງ ອາຍຸ 30 ປີ ອາຊີບຂັບລົດ ບ້ານ ໜອງພະຍາ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ມາທຳການສຶບສວນ - ສອບສວນ.


ຜ່ານການສຶບສວນ - ສອບສວນຂອງເຈົ້າໜ້າທີ່ ທ້າວ ແອວ່າງ ໃຫ້ການຮັບສາລະພາບວ່າ: ໃນເບື້ອງຕົ້ນໃນວັນທີ 24 ສິງຫາ 2017 ໄດ້ມີຄົນຢູ່ແຂວງອຸດົມໄຊໂທລະສັບຫາຜູ້ກ່ຽວເພື່ອຕິດຕໍ່ຊື້ -ຂາຍຢາເສບຕິດປະເພດຢາບ້າເຊິ່ງຜູ້ກ່ຽວໄດ້ຕົກລົງກັນໃນລາຄາ 1 ມັດ ເທົ່າກັບ 32.000 ບາດ(ສະກຸນເງິນບາດໄທ)ເຫັນວ່າລາຄານີ້ມີກຳໄລຫຼາຍຖ້ານຳຢາບ້າໄປຂາຍໝົດ ທັງສອງຕົກລົງກັນແລ້ວຈຶ່ງໄດ້ຝາກຢາເສບຕິດຫຼາຍລາຍການເຊິ່ງຫຸ້ມຫໍ່ດ້ວຍແກັດມານຳລົດໂດຍສານໃຫ້ ທ້າວ ແອວ່າງ ຈຳນວນ 6 ມັດ ກັບ 5 ຖົງ ມີນ້ຳໜັກ 1.555 g ເທົ່າກັບ 13.000 ເມັດ ແຕ່ຍັງບໍ່ທັນໄດ້ຈ່າຍເງິນເທື່ອ ເມື່ອໄດ້ຢາເສບຕິດຈຳນວນດັ່ງກ່າວມາແລ້ວ ຜູ້ກ່ຽວກໍ່ເອົາໄປຊຸກເຊື່ອງໄວ້ຢູ່ເຮືອນ ຕົກມາຮອດເວລາ 8 ໂມງຂອງວັນທີ 27 ສິງຫາ 2017 ໄດ້ມີຜູ້ຮ່ວມຂະບວນການສັ່ງຊື້ຢາບ້ານຳ ທ້າວ ແອວ່າງ ຈຳນວນ 27 ມັດ ແຕ່ຢາບ້າຂອງ ທ້າວ ແອວ່າງ ມີບໍ່ພໍຈາກນັ້ນຜູ້ກ່ຽວຈຶ່ງເວົ້າກັບຜູ້ຮ່ວມຂະບວນການວ່າຈະເອົາເອົາຢາບ້າຈຳນວນ 6 ມັັດ ໄປສົ່ງໃຫ້ກ່ອນຕາມຈຸດນັດໜາຍ  ແລະ ໄດ້ຕົກລົງຊື້ - ຂາຍຢາບ້ານຳກັນໃນລາຄາ 1 ມັດ ຕໍ່ 40.000 ບາດ (ສະກຸນເງິນບາດໄທ) ພໍເດີນທາງມາຮອດບ້ານໂພນແກ້ວເມືອງໂພນໂຮງແຂວງວຽງຈັນ ຈຶ່ງຖຶກເຈົ້າໜ້າທີ່ຕຳຫຼວດຈຶ່ງເຂົ້າປິດລ້ອມພ້ອມທັງກວດຄົ້ນຕົວ ແລະ ລົດຈັກຂອງຜູ້ກ່ຽວ ຈຶ່ງພົບເຫັນຢາບ້າຈຳນວນ 6 ມັດ ເທົ່າກັບ 13.000 ເມັດ,ຢາຝີນຈຳນວນ 900 ກຣາມ ແລະ ແປ້ງຝຸ່ນສີຂາວ 4,5 ກິໂລ ເຈົ້າໜ້າທີ່ຈຶ່ງກັກຕົວຜູ້ກ່ຽວມາດຳເນີນຄະດີ.



ເຈົ້າໜ້າທີ່ຕຳຫຼວດເຫັນວ່າທ້າວແອວ່າງແມ່ນມີເຈດຕະນາຄ້າ-ຂາຍຢາເສບຕິດ ເຊິ່ງການກະທຳດັ່ງກ່າວແມ່ນໄດ້ສ້າງຄວາມບໍ່ສະຫງົບແລະສ້າງຄວາມບໍ່ເປັນລະບຽບໃຫ້ແກ່ສັງຄົມທັງເປັນການກົດໜ່ວງທວ່ງດືງການສ້າງສາພັດທະນາປະເທດຊາດແລະຜິດຕໍ່ກົດໝາຍອາຍາໃນມາດຕາ146ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຸບັນເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ - ສອບສວນຜູ້ກ່ຽວເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.


ແຫຼ່ງຂ່າວ: ແຂວງວຽງຈັນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.