Header Ads

ອຸຕຸເຕືອນ ປະເທດລາວຈະຖືກພາຍຸ ຮາໂຕະ ພັດຜ່ານ



ກົມອຸຕຸນິຍົມ ແລະ ອຸທົບກະສາດ ແຈ້ງເຕືອນໃຫ້ເຝົ້າລະວັງ ເນື່ອງຈາກວ່າ: ພາຍຸໜູນເຂດຮ້ອນຮາໂຕະ ຫົວທີ 13 ຈະເຄື່ອນທີ່ຜ່ານພາກໃຕ້ຂອງປະເທດຈີນ ໃນໄລຍະວັນທີ 23 ຫາ 26 ສິງຫາ 2017 ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ລັດສະໝີຈະກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ.

ຂໍ້ມູນພະຍາກອນອາກາດໃນໜຶ່ງອາທິດຕໍ່ໜ້າ ເຊິ່ງຄາດຄະເນສະພາບອາກາດແຕ່ວັນທີ 21 ຫາ 27 ສິງຫາ ຍັງເປີດເຜີຍອີກວ່າ: ໂດຍໃນໄລຍະວັນທີ 21 ຫາ 23 ສິງຫາ 2017, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸ້ມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ.

ສຳລັບ ໄລຍະວັນທີ 24 ຫາ 25 ສິງຫາ 2017 ພາຍຸໜູນເຂດຮ້ອນຮາໂຕະ (Hato) ຫົວທີ 13 ຈະເຄື່ອນທີ່ພັດຜ່ານພາກໃຕ້ຂອງປະເທດຈີນ ແລະ ວົງລັດສະໝີກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນນັ້ນກະແສລົມຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ຈາກນັ້ນໄລຍະວັນທີ 26 ຫາ 27 ສິງຫາ ຮ່ອງຈະພາດຜ່ານເຂດພາກກາງ ແລະ ໃຕ້ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຫຼາຍຂຶ້ນໃນເຂດດັ່ງກ່າວ ແລະ ຄາດຄະເນສະພາບອາກາດໃນແຕ່ລະພາກ.

ສ່ວນລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ຕະຫຼອດໄລຍະວັນທີ 21 ຫາ 23 ສິງຫາ 2017, ລະດັບນ້ຳຂອງ ແລະ ນໍ້າສາຂາ ຈະມີການເໜັງຕີງພຽງເລັກນ້ອຍ ເຊິ່ງໂດຍສ່ວນໃຫຍ່ຈະສູງຂຶ້ນຕື່ມອີກ, ຈາກນັ້ນໄລຍະວັນທີ 24 ຫາ 27 ສິງຫາ ລະດັບນ້ຳຕາມສາຂາອາດຈະສູງຂຶ້ນໄວ ໂດຍສະເພາະຢູ່ເຂດພາກເໜືອ.

ທີ່ມາ ກົມອຸຕຸນິຍົມແລະອຸທົກກະສາດ, ສຳນັກຂ່າວ ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.