Header Ads

ເສັ້ນທາງຕານມີໄຊ-ໜອງບຶກ ຄາດວ່າຈະສຳເລັດໃນທ້າຍປີ 2018 ​ວຽກໂດຍ​ລວມ​ສຳ​ເລັດ​ແລ້ວ 22% ແລ້ວ


ອິງຕາມການລາຍງານຂ່າວຂອງ ຂປລ ວັນທີ 7 ກັນຍານີ້ ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່ 4 ​ແຍກ​ໄຟ​ແດງ ​ຕານ​ມີ​ໄຊ-ໜອງ​ບຶກ ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ​ໂດຍ​ລວມ​ສຳ​ເລັດ​ແລ້ວ 22% ພາຍຫລັງເລີ່ມລົງມືກໍ່ສ້າງ ມາ​ແຕ່​ຕົ້ນ​ເດືອນ​ພະຈິກ​ 2016 ຜ່ານ​ມາ, ໂດຍ​ແມ່ນ ກຸ່ມບໍລິສັດ ຕັງຈະເລີນ ຈໍາ​ກັດ​​ ​ເປັນ​ຜູ້​ຮັບ​ເໝົາ ​ແລະ ລົງທຶນ​ກ່ອນ 100% ​ໃນມູນຄ່າປະ​ມານ 45 ລ້ານກວ່າໂດລາສະຫະລັດ ຫລື ປະມານ 364 ຕື້ກວ່າກີບ, ຄາດ​ວ່າຈະ​ໃຫ້ສຳເລັດ 100% ​ໃນ​ທ້າຍປີ 2018.





ທ່ານ ຄຳ​ບອນ ທຳ​ມະ​ວົງສາ ຮອງ​ຜູ້​ຈັດການ​ພາກ​ສະໜາມ ໂຄງການກໍ່ສ້າງ​ເສັ້ນທາງ​ ຕານ​ມີ​ໄຊ-ໜອງ​ບຶກ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 7 ກັນຍາ 2017 ນີ້​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່ 4 ​ແຍກ​ໄຟ​ແດງ ​ຕານ​ມີ​ໄຊ-ໜອງ​ບຶກ ມີຄວາມຍາວ 9,37 ກິໂລ ແມັດ, ປູດ້ວຍເບຕົງເສີມເຫລັກ, ໜາ 23 ຊັງຕີແມັດ, ມີ 6 ຊ່ອງທາງ, ມີດອນກາງ, ມີທາງຄົນຍ່າງ 2 ເບື້ອງ, ພ້ອມລະບົບ ຮ່ອງລະບາຍນໍ້າ, ໄຟເຍື່ອງທາງ, ໄຟອຳນາດ ແລະ ລະບົບປ້າຍສັນຍານຄົບຊຸດ. ປັດຈຸບັນ​ພວມ​ຈັດ​ຕັ້ງ ​ປະຕິບັດ​ໜ້າ​ວຽກ​ໃຫຍ່ ຄື: ວາງ​ທໍ່​ລະບາຍ​ນ້ຳ, ວາງ​ທໍ່​ນໍ້າ​ປະປາ, ຍ້າຍສິ່ງກີດຂວາງຕາມ​ແລວ​ເສັ້ນທາງ ​ເພື່ອ​ໃຫ້​ສະດວກ​ໃນ​ການ​ປະຕິບັດ​ໜ້າ​ວຽກ.

ທ່ານ ຕູ​ລັດດາ ​ແນມ​ຈະ​ສິນ ປະຊາຊົນ​ບ້ານ​ນາ​ແສ້ວ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງວຽງຈັນ ​ໃຫ້​ສຳພາດ​ວ່າ: ຕົນ​ເອງ​ຮູ້ສຶກ​ດີ​ໃຈ​ຫລາຍ​ທີ່​ພັກ​-ລັດ ​ເຫັນ​ໄດ້​ຄວາມ​ສຳຄັນ ​​ເຂົ້າ​ມາ​ພັດທະນາ​ ​ເສັ້ນທາງແຕ່ 4 ​ແຍກ​ໄຟ​ແດງ ​ຕານ​ມີ​ໄຊ-ໜອງ​ບຶກ ​ແນ​ໃສ່ເຮັດ​ໃຫ້ການ​ສັນຈອນ​ ໄປມາ​ຂອງ​ພໍ່​ແມ່​ປະຊາຊົນ ​ມີ​ຄວາມ​ສະດວກ​ສະບາຍຫລາຍ​ຂຶ້ນ. ​ແຕ່ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ, ​ເຫັນ​ວ່າຍັງຊັກ​ຊ້າ ​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ ຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ມີ​ ຄວາມ​ຫຍຸ້ງຍາກ​ຫລາຍ, ພ້ອມຮຽກຮ້ອງ​ໃຫ້​ພາກ ສ່ວນ​ກ່ຽວຂ້ອງ​ ​ເຂົ້າ​ມາແກ້​ໄຂສະ​ເພາະ​ໜ້າ ​ເປັນ​ຕົ້ນປັບ​ໜ້າດິນບ່ອນ​ທີ່​​ເປັນ​ບວກ, ​ເປັນ​ຂຸມ​ໃຫ້​ພຽງ, ​ຫົດ​ນ້ຳ​ເປັນ​ປະຈຳ​ເພື່ອ​ບໍ່​ໃຫ້​ເກີດ​ເປັນ​ຝຸ່ນ ​ເພື່ອ​ເຮັດ​ໃຫ້ການ​ສັນ​ຈອນ​ໄປມາ ​ມີຄວາມ​ສະດວກສະບາຍ ຫລາຍ​ຂຶ້ນ​ກວ່າ​ເກົ່າ.



ຜູ້​ໃຊ້​ລົດໃຊ້​ຖະໜົນທີ່​ເດີນທາງ​ ຜ່ານ​ເສັ້ນທາງຕານ​ມີ​ໄຊ-ໜອງ​ບຶກ ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ: ປັດຈຸບັນ ການ​ເດີນທາງ​ໄປມາ​ແມ່ນ​ ມີ​ຄວາມ​ຫຍຸງ​ຍາກ​ຫລາຍ, ​ໂດຍ​ສະ​ເພາະ​ມື້​ໃດ​ຝົນຕົກ ຍິ່ງ​ມີ​ຄວາມ​ຫຍຸ້ງຍາກ ທາງ​ກໍໝື່ນ, ​ເປັນ​ຕົມ, ​ເປັນ​ບວກ, ​ເປັນ​ຂຸມ, ​ແຕ່​ຖ້າ​ມື້​ໃດ​ແດດ​ອອກກໍ່​ເປັນ​ຂີ້ຝຸ່ນ​ໄງ່​ ກະຈາຍ​ໄປ​ທົ່ວ ບາງ​ຄັ້ງ​ເບິ່ງ​ບໍ່​ເຫັນ​ຮອດ​​ເສັ້ນທາງ. ສະ​ນັ້ນ, ຮຽກຮ້ອງ​ໃຫ້​ພາກສ່ວນ​ກ່ຽວຂ້ອງ ກໍ​ຄື​ ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ ໃຫ້​ຮີບ​ຮ້ອນ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ ໂຄງການ​ກໍ່ສ້າງ​ດັ່ງກ່າວ ໃຫ້ສຳ​ເລັດຕາມ​ແຜນການ​ທີ່​ໄດ້​ກຳນົດ​ໄວ​.


ຂ່າວ: ທະນູ​ທອງ ພາບ: ສະຫວັດ​/ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.