Header Ads

ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມເປີດປີທ່ອງທ່ຽວລາວ 2018



ໃນຕອນເຊົ້າຂອງວັນທີ 4 ກັນຍາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ແຜນການກະກຽມເປີດປີທ່ອງທ່ຽວລາວ 2018 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ; ມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ບັນດາຮອງ ລັດຖະມົນຕີ, ຮອງເຈົ້າແຂວງ ແລະ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ.



 ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງລາຍງານຄວາມຄືບໜ້າ ແລະ ປະກອບຄຳເຫັນໃສ່ບັນດາວຽກງານທີ່ສຳຄັນ ໃນການກະກຽມວຽກງານດ້ານຕ່າງໆ ເປັນຕົ້ນ ດ້ານບຸກຄະລາກອນຮັບຜິດຊອບ, ການກຳນົດວາລະການເຄື່ອນ ໄຫວວຽກງານຕ່າງໆ, ການກຳນົດກິດຈະກຳການທ່ອງທ່ຽວ ໃນປີ 2018, ເນື້ອໃນຈິດໃຈການຈັດປີທ່ອງທ່ຽວລາວ 2018 ກໍ່ຄື ເນື້ອໃນການໂຄສະນາເຜີຍແຜ່, ແຫຼ່ງທຶນ ແລະ ແຜນງົບປະມານໃຊ້ຈ່າຍຕ່າງໆ, ການອອກແບບສັນຍາລັກ ແລະ ຄຳຂວັນການ ທ່ອງທ່ຽວ, ຈຸດປະສົງ, ລະດັບຄາດໝາຍ, ວິທີການ ແລະ ມາດຕະການ ຈັດຕັ້ງປະຕິບັດ ການຈັດປີທ່ອງທ່ຽວລາວ 2018.




ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວ ຂ້ອງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ຕໍ່ວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມໃນສັງຄົມ ໂດຍສະເພາະ ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ຂີ້ລັກ, ປຸ້ນຈີ້, ຊີງຊັບ, ການກໍ່ອາຊະຍະກຳ,  ແລະ ປະກົດການຫຍໍ້ທໍ້ອື່ນທີ່ເປັນພາບພົດບໍ່ດີ; ປັບປຸງພື້ນຖານໂຄງລ່າງ ເພື່ອຮອງຮັບການທ່ອງທ່ຽວທີ່ຈຳເປັນ ເປັນຕົ້ນ ເສັ້ນ ທາງ, ສະໜາມບິນ, ສະຖານທີ່ທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ພາຫະນະຂົນສົ່ງ, ລະບົບໂທລະຄົມມະນາຄົມ...ລວມທັງ ການບໍລິການແຂກ ໂດຍເນັ້ນໃສ່ຄວາມສະດວກ, ວ່ອງໄວທັນໃຈ, ສະອາດ, ປອດໄພ, ຮັກສາໄດ້ວັດທະນະທຳ ອັນດີງາມຂອງຊາດ, ຂອງເຜົ່າ...; ປັບປຸງແກ້ໄຂຂໍ້ຈຳກັດ ແລະ ຂອດກົດໜ່ວງຖ່ວງດຶງວຽກງານການທ່ອງທ່ຽວ ບົນພື້ນຖານຖືກຕ້ອງ-ສອດ ຄ່ອງກັບກົດໝາຍ ແລະ ລະບຽບການ ໂດຍສະເພາະ ຂອດບໍລິການ ແລະ ອຳນວຍຄວາມສະດວກ ດ້ານເອກະສານເຂົ້າ-ອອກຂອງນັກທ່ອງທ່ຽວ, ຄ່າທໍານຽມຕ່າງໆ ສຳລັບນັກທ່ອງທ່ຽວ; ກວດກາຄືນ ແລະ ປັບປຸງໃຫ້ເໝາະສົມ ກ່ຽວກັບຄ່າບໍລິການຕ່າງໆ, ຄ່າຜ່ານ ປະຕູຢູ່ແຕ່ລະແຫຼ່ງທ່ອງທ່ຽວ; ການນຳໃຊ້ງົບປະມານ ຕ້ອງບົນພື້ນຖານປະຢັດມັດທະຍັດ, ສົມເຫດສົມຜົນ, ຫຼີກເວັ້ນການຟູມເຟືອຍ; ໂຄສະນາເຜີຍແຜ່, ສ້າງຂະບວນການ ແລະ ຈັດກິດຈະກໍາຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ, ມີເນື້ອໃນ, ສັງຄົມຮັບຮູ້ຢ່າງກວ້າງຂວາງ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງດູດນັກທ່ອງທ່ຽວໄດ້ຢ່າງແທ້ຈິງ; ບັນດາອະນຸການ ທີ່ຮັບຜິດຊອບວຽກງານແຕ່ລະດ້ານ ໃຫ້ປະສານສົມທົບກັນຈັດຕັ້ງປະຕິບັດ ວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດ ແລະ ບັນລຸຕາມຄາດ  ໝາຍທີ່ກຳນົດໄວ້; ຜູ້ປະກອບການທີ່ກ່ຽວຂ້ອງກັບ ວຽກງານການທ່ອງທ່ຽວ ຕ້ອງເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ທັງປະກອບພັນທະຂອງຕົນຢ່າງເຕັມສ່ວນ, ການບໍລິການໄດ້ມາດຕະຖານ, ຍຸຕິທຳ, ເດັດຂາດບໍ່ໃຫ້ມີກໍລະນີສວຍໂອກາດ ຫຼື ເອົາປຽບ ນັກທ່ອງທ່ຽວ. ຊຶ່ງວຽກງານທັງໝົດນັ້ນ ແມ່ນເອົາໃຈໃສ່ຊຸກຍູ້ ທຸກພາກສ່ວນໃນທົ່ວສັງຄົມ ມີສ່ວນຮ່ວມໃຫ້ຫຼາຍ.






ແຫລ່ງ: ກົມປະຊາສຳພັນ, ຫສນຍ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.