Header Ads

ດິນເຈື່ອນຕັນທາງກະທັນຫັນຖົມຄົນສູນຫາຍ 3 ຄົນ ທີ່ທາງເມືອງແມດ ແຂວງວຽງຈັນ


ເກີດເຫດດີນເຈື່ອນຕັນທາງເຂົ້າເມືອງແມດ ທັບປະຊາຊົນສູນຫາຍ 3​ ຄົນ ເຊີ່ງສະຖານເກີດເຫດແມ່ນຢູ່ທາງເຂົ້າເມືອງແມດ, ແຂວງວຽງຈັນ ໂດຍຈຸນເກີດເຫດຢູ່ແມ່ນລະຫວ່າງກາງບ້ານນຳ້ຍອນ - ບ້ານຫາດຍາວ. ຂໍ້ມູນເບື້ອງຕົ້ນລະບຸວ່າເຫດເຫີດໃນເວລາ ປະມານ 14:00 ໂມງຂອງວັນທີ 18 ກັນຍາ 2017.





ຈາກເຫດການດັ່ງກ່າວ ເຮັດໃຫ້ດິນເຈື່ນຕັນທາງ,​ ແລະ ທັບຄົນສູນຫາຍ 3 ຄົນ (ຄາດວ່າເສຍຊີວິດ) ປະຈຸບັນແມ່ນຍັງຊອກສົບບໍ່ເຫັນ.  ສໍາລັບຂໍ້ມູນເພີ່ມເຕີມລະບຸວ່າ:  ຜູ້ທີ່ຖືກດິນທັບຖົມນັ້ນແມ່ນເປັນເພດ ຊາຍ 3 ຄົນໂດຍປະກອບມີປະຊາຊົນ 1 ຄົນ ແລະ ເຈົ້າໜ້າທີ່ຕໍາຫຼວດ 2 ຄົນ.



ປະຊາຊົນຜູ້ເຫັນເຫດການເລົ່າວ່າ: ທຳອິດແມ່ນດິນເຈື່ອນລົງຕັນທາງຫນ້ອຍໜຶ່ງແລ້ວມີປະຊາຊົນຂີ່ລົດມາພົບ ແລ້ວພາກັນຂີ່ລົດຜ່າກອງດິນເຈື່ອນໄປ ໂດຍບໍ່ຄາດຄິດວ່າດີນຈະເຈື່ອນລົງມາອີກຈົນເຮັດໃນເກີດໂສກອານາດຕະກໍາມີຜູ້ເສຍຊີວິດ 3 ຄົນ.​



ຂ່າວລ່າສຸດເວລາ 22:00 ນາທີ ມີລາຍງານເຂົ້າມາເພີ່ມວ່າຍັງບໍ່ທັນພົບຜູ້ສູນຫາຍທັງ 3 ຄົນ ເຊິ່ງທີມຜູ້ພົບຫາໃຊ້ລົດຈົກ 2 ຄັນ ໂດຍປະສານງານກັບການຄົ້ນຫາດ້ວຍຈົກຊ້ວນຂອງປະຊາຊົນໃນເຂດດັ່ງກ່າວ ແຕ່ຍັງໄຮ້ວີ້ວແວວຄົ້ນພົບຜູ້ສູນຫາຍ.  





ຂໍ້ມູນ: Xang Sibounheuang (Via Pakaad)
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.