Header Ads

ນາທີລະທຶກເຫດລົດພວງບັນທຸກຫິນເກີດໄຟລຸກໄໝ້ກາງຂົວມິດຕະພາບລາວ-ໄທ 3 ທີ່ແຂວງຄໍາມ່ວນ


ແຂວງຄໍາມ່ວນ: ເກີດເຫດລົດບັນທຸກໄຟລຸກໄໝ້ທີ່ຂົວມິດຕະພາບລາວ-ໄທ 3 ແຂວງຄໍາມ່ວນ ໃນວັນທີ 18 ກັນຍາ 2017 ເວລາປະມານ 16: 40 ນາທີ ເຊິ່ງເຈົ້າໜ້າທີ່ກວດສອບຂໍ້ມູນເບື້ອງຕົ້ນລະບຸວ່າແມ່ນລົດບັນທຸກຫິນຈາກແຂວງຄໍາມ່ວນເພື່ອຂ້າມໄປສົ່ງຫິນທີ່ຝັ່ງໄທ ແຕ່ເກີດເຫດໄຟລຸກໄໝ້ຢູ່ກາງຂົວ ໂຊກດີຜູ້ຂັບລົດຄັນທີ່ເກີດເຫດປອດໄພ ແລະ ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ.   ຂໍ້ມູນລົດຄັນເກີດເຫດແມ່ນເປັນລົດພວງບັນທຸກ 18 ລົດ ສີຂາວ ທະບຽນ ບກ 1153 (ທະບຽນຫົວລາກ) ແລະ ທະບຽນ 1154  (ທະບຽນພວງ)


ສໍາລັບສາເຫດໄຟລຸກໄໝ້ລົດບັນທຸກຄັນດັ່ງກ່າວຍັງບໍ່ທັນສາມາດສະຫຼູບເທື່ອ ແລະ ຢູ່ໃນຂະບວນການສອບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ຂໍ້ມູນເບື້ອງລະບຸວ່າມີໄຟລຸກຂື້ນໃນຫ້ອງຄົນຂັບ ເຮັດໃຫ້ລົດຂັບໂດດລົງລົດໜີເອົາຊີວິດລອດ ແລະ ເອີ້ນໜ່ວຍກູ້ໄຟມາຊ່ວຍດັບໄຟ. 



















ທີ່ມາ: พี่ก๊อต หันจรัส 
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.