ສະຫະປະຊາຊາດເປີດເຜີຍຊາວໂຮຮິງຢາເສຍຊີວິດແລ້ວ 400 ຄົນ ແລະ 38,000 ຄົນພະນາຍາມລັກລອບເຂົ້າບັງກາລາເທດ
ສໍານັກຂ່າວຕ່າງປະເທດ ລາຍງານວ່າ: ສະຫະປະຊາຊາດ (UN) ເປີດເຜີຍຂໍ້ມູນຄວາມຮຸນແຮງໃນລັດຍະໄຂ່ ໂດຍລະບຸວ່າມີກຸ່ມຕິດອາວຸດຊາວໂຮຮິງຢາບຸກເຊົ້າໂຈມຕີປ້ອມຕໍາຫຼວດໃນອາທິດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 400 ຄົນ ແລະ ສ່ວນໜຶ່ງແມ່ນໜີຕາຍອອກຈາກພື້ນທີ່ປະທະກັນ ແລ້ວພະຍາຍາມລັກລອບເຂົ້າປະເທດບັງກາລາເທດເຖິງ 38,000 ຄົນ.
ໂຄສົກຂອງສໍານັກງານຂ້າຫຼວງໃຫຍ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫຼື້ (UNHCR) ລະບຸວ່າຕອນນີ້ມີເຕັ້ນ ແລະ ທີ່ພັກຖືກສ້າງຂື້ນໃນພື້ນທີ່ທັງສອງຝັ່ງຖະໜົນເພື່ອເປັນທີ່ພັກຊົ່ວຄາວ ເຊິ່ງມີຜູ້ລອດຊີວິດລາຍໜຶ່ງເລົ່າວ່າ ພວກເຂົາຖືກຍິງຂະນະກໍາລັງພະຍາຍາມຂ້າມຊາຍແດນໄປຍັງປະເທດບັງກາລາເທດ ແຕ່ຍັງບໍ່ແນ່ໃຈວ່າຝ່າຍໃດເປັນຄົນຍິງ ແລະ ມີຊາວໂຮຮິງຢາອີກຫຼາຍພັນຄົນທີ່ກໍາລັງລໍຖ້າຂ້າມໄປປະເທດບັງກາລາເທດ.
© ໂຕະນໍ້າຊາ | tonamcha.com
___________
Post a Comment