Header Ads

ພາຍຸຮາວີ ເຮັດໃຫ້ຊາວອາເມລິກາເສຍຊີວິດແລ້ວ 47, ສູນຫາຍ 19 ແລະ ປະຊາຊົນບໍ່ມີທີ່ຢູ່ອາໄສກວ່າໜຶ່ງລ້ານຄົນ



ອີງຕາມການລາຍງານຂອງສໍານັກຂ່າວຕ່າງປະເທດ ໃນວັນທີ 2 ກັນຍາ ຜ່ານມານີ້ວ່າ : ປະທານາທິບໍດີ ໂດໂນ ທຣັມ ປະກາດໃຫ້ວັນທີ 3 ກັນຍາ (ມື້ນີ້) ວັນລະນືກເຖິງຜູ້ເສຍຊີວິດຈາກອິດທິພົນພາຍຸຮາວີ ເຊິ່ງໂຕເລກຜູ້ເສຍຊີວິດເພີ່ມຂື້ນເປັນ  47 ຄົນ , ສູນຫາຍ 19 ຄົນ ແລະ ປະຊາຊົນບໍ່ມີທີ່ຢູ່ອາໄສກວ່າໜຶ່ງລ້ານຄົນ ໂດຍພື້ນທີ່ສ່ວນໃຫ່ຍຂອງລັດເທັກຊັສຍັງຄົງເຕັມໄປດ້ວຍນໍ້າ ລວມທັງໂຮງກັ່ນນໍ້າມັນຫຼາຍແຫ່ງຕ້ອງປິດສາຍການຜະລິດລົງ ສົ່ງຜົນໃຫ້ນໍ້າມັນໃນ ສ. ອາເມລິກາປັບລາຄາຂື້ນອີກ 17 ເຊັນຕໍ່ແກລອນ.







ໃນຂະນະທີ່ ທໍານຽບຂາວໄດ້ປະກາດສະເໜີໃຫ້ສະພາອະນຸມັດກອງທຶນສຸກເສີນເບື້ອງຕົ້ນຈໍານວນ 500 ລ້ານໂດລາ ເພື່ອຢຽວຢາຜູ້ປະສົບໄພຈາກອິດທິພົນພາຍຸຮາວີ ເຊິ່ງ ປະທານາທິບໍດີ ໂດໂນ ທຣັມ ບໍລິຈາກເງິນຊ່ວຍເຫຼືອເພີ່ມອີກ 1 ລ້ານໂດລາ. ຂໍ້ມູນເບື້ອງຕົ້ນທາງການລັດເທັກຊັສ ຕ້ອງໃຊ້ງົບປະມານຫຼາຍກວ່າ 125,000 ລ້ານໂດລາ ໂດຍມີຜູ້ມາລົງທະບຽນຂໍຮັບຄວາມຊ່ວຍເຫຼືອແລ້ວກວ່າ 3 ແສນຄົນ ເຊິ່ງລັດເທັກຊັສເປັນລັດທີ່ຖືກຜົນກະທົບຈາກອິດທິພົນພາຍຸຮາວີຫຼາຍທີ່ສຸດ.






ທີ່ມາ: AP/Nytime
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.