Header Ads

ຜະລິດດອກຈຳປາຄຳ 555.555 ດອກ ເພື່ອສ້າງລາຍຮັບໃຫ້ແມ່ຍິງ ແລະ ເດັກນ້ອຍລາວ.



ອີງຕາມການລາຍງານຂອງ CRI-FM93 ວ່າ : ສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ ແລະ ວິສາຫະກິດຫັດຖະກຳ ປະດິດຈຳປາລາວ ຈັດພິທີເຊັນສັນຍາຮ່ວມມື ການສ້າງລາຍຮັບ ເພື່ອພັດທະນາ ແມ່ຍິງ ແລະ ເດັກນ້ອຍລາວ ທີ່ຫ້ອງປະຊຸມ ສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 18 ກັນຍານີ້. ໂດຍການເຂົ້າຮ່ວມຂອງທ່ານນາງ ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ. ໂດຍການລົງນາມຂອງທ່ານນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ໄພລັດ ຈະເລີນທັງສົມບັດ ປະທານວິສາຫະກິດຫັດຖະກຳ ປະດິດຈຳປາລາວ, ມີບັນດາ ຄະນະບໍລິຫານ, ແຂກທີ່ມີກຽດເຂົ້າຮ່ວມ.

ທ່ານ ນາງ ວະລີນລັດ ພັນທະວົງ ຮອງປະທານ ວິສາຫະກິດປະດິດຈຳປາລາວ ກ່າວວ່າ: ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ກໍເພື່ອຈະເປັນການສ້າງລາຍຮັບເພື່ອພັດທະນາແມ່ຍິງ ແລະ ເດັກນ້ອຍລາວທີ່ຢູ່ຊົນນະບົດຫ່າງໄກຊອກຫຼີກຂອງທົ່ວປະເທດລາວໄດ້ມີວຽກເຮັດ ແລະ ມີລາຍໄດ້ເຂົ້າສູ່ຄອບຄົວ. ການຮ່ວມມືກັບສູນກາງສະຫະພັນແມ່ຍິງລາວໃນຄັ້ງນີ້ ຈະໄດ້ມີການຜະລິດດອກຈຳປາຄຳ ພາຍໃຕ້ໂຄງການ “ຈຳປາຄຳ ຮ່ວມໃຈ ພັດທະນາແມ່ຍິງ” ໂດຍເບື້ອງຕົ້ນແມ່ນໄດ້ຕົກລົງໃຫ້ຜະລິດຈຳນວນ 555.555 ດອກ (ຫ້າແສນຫ້າສິບຫ້າພັນຫ້າຮ້ອຍຫ້າສິບຫ້າດອກ) ແລະ ຍັງຈະມີການສັ່ງຈອງຜະລິດເພີ່ມຂຶ້ນເລື້ອຍໆຕາມຄວາມຕ້ອງການຂອງຕະຫຼາດ ພາຍໃນ ແລະ ສາກົນ. ຈາກນັ້ນ, ສູນກາງສະຫະພັນແມ່ຍິງລາວ ກໍຈະໄດ້ ຈັດສົ່ງອຸປະກອນການຜະລິດ ແລະ ໄປເຝິກອົບຮົມສອນການຜະລິດໃຫ້ກັບແມ່ຍິງ ແລະ ເດັກນ້ອຍຕາມບ້ານຕ່າງໆເຂດຫ່າງໄກຊອກຫຼີກທົ່ວປະເທດລາວທີ່ເຫັນວ່າເຂົາເຈົ້າມີຄວາມຕ້ອງການ ແລະ ຍັງຂາດແຂນວຽກເຮັດງານທຳ.


ວິສາຫະກິດປະດິດຈຳປາລາວ ແມ່ນເລີ່ມກໍ່ຕັ້ງກຸ່ມຜະລິດດອກໄມ້ທຽມໃນບ້ານ ຕານມີໄຊ ຕັ້ງແຕ່ປີ 2007 ດອກໄມ້ນາງໆຊະນິດຂອງຜູ້ສັ່ງຈອງແມ່ນເຮັດດ້ວຍມື ຈຸດປະສົງເພື່ອສົ່ງເສີມພັດທະນາວິຊາອາຊີບ, ງານສີມືປະດິດຄິດສ້າງຂອງຄົນລາວ, ສ້າງລາຍຮັບເພີ່ມໃຫ້ແກ່ແມ່ຍິງ, ຊາວໜຸ່ມ, ນັກຮຽນ,ນັກສຶກສາ ແລະ ຄົນພິການ ຜູ້ດ້ອຍໂອກາດໄດ້ມີວຽກເຮັດງານທຳສ້າງລາຍຮັບໃຫ້ກັບຕົນເອງ ແລະ ຄອບຄົວ. ຕໍ່ມາມີສະມາຊິກເພີ່ມຂຶ້ນ ບ້ານໜອງບຶກ, ພະຂາວ, ດົງໂດກ, ຫ້ວຍຫົງ, ສ້າງຄູ້, ສະພັງເມິກ ແລະ ບ້ານຄໍາຮຸ່ງທັງໝົດ 30 ຄົນ, ສະມາຊິກບາງຄົນແມ່ນພະນັກງານ ຜະລິດຕາມຄວາມສາມາດ ລາຍຮັບຈາກການຜະລິດເດືອນໜຶ່ງປະມານ 700.000 -1.000.000 ກີບ.

ທີ່ມາ: CRI-FM93
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.