Header Ads

8 ເດືອນຕາດແສ້ມີນັກທ່ອງທ່ຽວເຂົ້າຊົມ 10 ພັນກວ່າຄົນສ້າງລາຍຮັບ 100 ລ້ານກວ່າກີບ


ຕາດແສ້ເປັນໜຶ່ງແຫຼ່ງທ່ອງທ່ຽວທໍາຊາດທີ່ສວຍງາມອີກແຫ່ງໜຶ່ງທີ່ສໍາຄັນຂອງແຂວງຫຼວງພະບາງຕັ້ງຢູ່ຫ່າງຈາກເທດສະບານແຂວງໄປທາງເລກທາງ 13 ໃຕ້ປະມານ 15 ກິໂລແມັດ ໂດຍຜ່ານບ້ານແອນສະ ຫວັນແລ້ວຂີ່ເຮືອລ່ອງສາຍນໍ້າຄານລົງໄປອີກ 5 ນາທີ ກໍ່ເຖິງແລ້ວ ປະຈຸບັນໄດ້ມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າໄປສໍາພັດພຽງ 8 ເດືອນມີນັກທ່ອງທ່ຽວເຂົ້າຊົມເຖິງ 12.430 ກວ່າຄົນແລ້ວ ຊຶ່ງສາມາດສ້າງລາຍຮັບໄດ້ 161 ລ້ານກວ່າກີບ.



ທ່ານ ຄໍາພຽງ ມະນີຈິດ ອໍານວຍການບໍລິສັດລັດວິສາຫະກິດທ່ອງທ່ຽວຫຼວງພະບາງ ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາໃນວັນທີ 6 ກັນຍາ ນີ້ຮູ້ວ່າ: ນ້ຳຕົກຕາດແສ້ແຫ່ງນີ້ ແມ່ນໄດ້ຮັບການສຳປະທານ ຈາກອຳນາດປະຄອງແຂວງຫຼວງພະບາງ ນັບແຕ່ປີ 2007 ເປັນຕົ້ນມາ ແລະ ໄດ້ພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ເປັນແຕ່ລະໄລຍະປັດຈຸບັນດ້ານຂອດການບໍລິການແກ່ນັກທ່ອງທ່ຽວແມ່ນມີຫຼາຍຮູບແບບ ເປັນຕົ້ນແມ່ນກິດຈະກໍາຂີ່ຊ້າງຢ່າງປ່າ, ອາບນໍ້າໃຫ້ຊ້າງ ແລະ ກິດຈະກໍາອື່ນ ພ້ອມນັ້ນສະຖານທີ່ແຫ່ງນີ້ໄດ້ມີຮ້ານອາຫານ, ຮ້ານກາເຟ, ສັດລ້ຽງ ໄວ້ຄອຍໃຫ້ນັກທ່ອງທ່ຽວໄດ້ຊົມໃຫ້ກົມກືນກັບທໍາມະຊາດຕາດແສ້ແຫ່ງນີ້ ສ່ວນກິດຈະກໍາທີ່ທ້າທາຍກັບຄວາມສູງແມ່ນ ຂີ່ສະລິງ ເຊິ່ງເປັນກິດຈະກໍາທີ່ໜ້າຕື່ນເຕັ້ນທີ່ສຸດຂອງກິດຈະກໍາຄົນມັກຄວາມສູງ ສໍາລັບການຂີ່ສາຍສະລິງ ແມ່ນມີພະນັກງານທີ່ມີຄວາມຊຳນານເປັນຜູ້ຕິດຕາມການຂີ່ຂອງແຂກນັກທ່ອງທ່ຽວຈາກ(ຈຸດປ່ອຍ-ຈຸດຮັບ), ສະເພາະສາຍສະລິງໄວ້ຄອຍບໍລິການຂີ່ມີທັງໝົດ 20 ຈຸດແຕ່ລະຈຸດກໍມີຄວາມຍາວແຕກຕ່າງກັນ ພິເສດຈຸດທີ່ປະທັບໃຈແລະສ້າງຄວາມຫວາດສຽວທີ່ສຸດຕໍ່ຜູ້ຂີ່ແມ່ນຈຸດທີ່ມີຄວາມຍາວ 380 ແມັດ ແລະ ຈຸດຢ່ອນຕົວ(ຈຸດດິ່ງລົງ) ລວມໄລຍະທາງ ເກືອບ 2 ກິໂລແມັດ, ໂດຍໃຊ້ເວລາໃນການຂີ່ເກືອບ 2 ຊົ່ວໂມງ ຈິ່ງເຖິງຈຸດສຸດທ້າຍທີ່ກາງນໍ້າຕາດແສ້.


ເນື່ອງຈາກກິດຈະກຳຂີ່ສາຍສະລິງເປັນກິດຈະກຳທີ່ມີຄວາມທ້າທາຍ, ໃຊ້ຄວາມກ້າຫານຢູ່ກັບຄວາມສູງ ສະນັ້ນຜູ້ທີ່ມາຫລິ້ນກິດຈະກຳນີ້ຕ້ອງມີສະພາບຫົວໃຈທີ່ປົກກະຕິ ບໍ່ເປັນໂລກຫົວໃຈ ຈິ່ງຈະຂື້ນໄປຂີ່ໄດ້ ເພາະມັນໄດ້ເຮັດໃຫ້ທຸກຄົນທີ່ຂີ່ນັ້ນເກີດຄວາມຫວາດສຽວແລະກະຕຸ້ນຈິດໃຈ ເມື່ອໄດ້ສຳພັດຕົວຈິງແລ້ວຮັບຮອງວ່າຈະກັ້ນສຽງໂຫ່ຮ້ອງໄວ້ບໍ່ໄດ້ແນ່ນອນ ສຳລັບຄ່າທຳນຽມໃນການຂີ່ສາຍສະລິ່ງຄົນລາວ, ຄົນຕ່າງປະເທດ ແມ່ນລາຄາຊໍ່າກັນຄົນລະ 300,000 ກີບ. ສ່ວນຄ່າເຂົ້າຊົມນ້ຳຕົກຕາດແສ້ ຄົນລາວແມ່ນ 10.000 ກີບຕໍ່ຄົນ ແລະ ຄົນຕ່າງປະເທດ 15.000 ກີບ, ສ່ວນເດັກນ້ອຍທີ່ມີອາຍຸ ຕໍ່າກວ່າ 8 ປີ ແມ່ນເຂົ້າຊົມລ້າໆ.


ສໍາລັບໃນລະດູທີ່ຕາດແສ້ມີນ້ຳຫຼາຍແມ່ນເລີ່ມແຕ່ເດືອນ ກໍລະກົດ ຫາ ເດືອນ ມັງກອນ ແລະ ສຳລັບໃນລະດູທີ່ບໍ່ມີນໍ້ານັ້ນ ນັກທ່ອງທ່ຽວທີ່ມາສ່ວນຫລາຍຈະມາຂີ່ຊ້າງເລາະປ່າ ແລະ ອາບນໍ້າໃຫ້ຊ້າງທີ່ສາຍ ນໍ້າຄານ, ຂີ່ສາຍສະລິ່ງ ສ່ວນຄົນລາວມາປິກນິກ(ກິນເຂົ້າປ່າ)ແບບຄອບຄົວ, ໝູ່ຄູ່ເພື່ອຮັບປະທານອາຫານຢູ່ກາງທໍາມະຊາດອາກາດທີ່ສົດໃສ ແລະ ມ່ວນຊື່ນແບບເປັນອິດສະຫຼະ.



ຈາກຄວາມສວຍງາມຂອງທໍາມະຊາດຕາດແສ້ບວກກັບກິດຈະກໍາທີ່ທາງບໍລິສັດກະກຽມໄວ້ຄອຍບໍລິ ການນັ້ນ ໄດ້ເຮັດໃຫ້ນັກທ່ອງທ່ຽວທີ່ໄດ້ໄປສໍາພັດມີຄວາມປະທັບໃຈຫຼາຍ ຊຶ່ງໃນແຕ່ລະປີແມ່ນມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມນັບຫຼາຍພັນຄົນ ສໍາລັບປີນີ້ພຽງ 8 ເດືອນ ມີນັກທ່ອງທ່ຽວເຂົ້າຊົມເຖິງ 12.430 ຄົນ, ໃນນັ້ນນັກທ່ອງທ່ຽວຕ່າງປະເທດ 7.425 ຄົນ, ນັກທ່ອງທ່ຽວພາຍໃນ 5.050 ຄົນ, ອັນໄດ້ສ້າງລາຍຮັບສູງເຖິງ 161 ລ້ານກວ່າກີບ. ພ້ອມດຽວກັນນັ້ນຕາດແສ້ແຫ່ງນີ້ຍັງສາມາດເປັນບ່ອນຊ່ວຍສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານແອນສະຫວັນ ຕື່ມອີກ ໂດຍສະເພາະແມ່ນການຂາຍເຄື່ອງທີ່ລະນຶກ, ເຄື່ອງບໍລິໂພກປະເພດຕ່າງໆ ທີ່ແຂກຜ່ານໄປມາໄດ້ຊື້ ແລະ ແລ່ນເຮືອຮັບສົ່ງແຂກໄປ-ກັບ ຕາດແສ້ໃນແຕ່ລະມື້ ອັັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວກໍ່ຄືເສດຖະກິດຄອບຄົວຄ່ອຍດີຂື້ນເທື່ອລະກ້າວ.




ທີ່ມາ: ຂ່າວສານຫຼວງພະບາງ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.