Header Ads

ແຜ່ນດິນໄຫວທີ່ແມັກຊີໂກ ດ້ວຍແຮງສັ່ນເທືອນ 8.0 ແມັກນີຈູດ ແລະ ເກີດອັບເຕີຊ໊ອກກວ່າ 10 ຄັ້ງ ພົບຜູ້ເສຍຊີວິດແລ້ວ 15 ຄົນ




ສະຖານະການແຜນດິນໄຫວໃນແມັກຊີໂກ ຍັງຄົງໜ້າເປັນຫ່ວງພາຍຫຼັງທີ່ເກີດເຫດການອັບເຕີຊ໊ອກກວ່າ 10 ຄັ້ງຕາມມາຫຼັງຈາກທີ່ເກີດແຜນດິນໄຫວໄປແລ້ວໃນຕອນເຊົ້ານີ້ດ້ວຍແຮງສັ່ນສະເທືອນ 8.0   ແມັກນີຈູດທາງຕາເວັນຕົກສຽງໃຕ້ ຂອງເມັກຊີໂກ ເຊິ່ງເປັນເຫດການແຜ່ນດິນໄຫວທີ່ຮຸນແຮງໃນຮອບ 32 ປີ ແລະ ມີການແຈ້ງເຕືອນໄພສືນາມີໃນຫຼາຍປະເທດໃນເວລາຕໍ່ມາ. 







ສຳນັກງານສຳຫຼວດແຫ່ງຊາດສະຫະລັດ ອາເມລິກາ  (USGS) ກວດພົບແຜ່ນດິນໄຫວອັບເຕີຊ໊ອກກວ່າ 10 ຄັ້ງໂດຍມີຈະໜາດ 4.9 - 5.7  ແມັກນີຈູດ ບໍລິເວນຕາເວັນຕົກສຽງໃຕ້ຂອງປະເທດແມັກຊີໂກ. ຈາກເຫດການແຜ່ນດິນໄຫວດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດເບື້ອງຕົ້ນ 15 ລາຍ ແລະ ຄາດວ່າຕົວເລກອາດເພີ່ມຂື້ນ. 



© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.