Header Ads

ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ


ໃນຕອນເຊົ້າຂອງວັນທີ 22 ກັນຍາ 2017 ຢູ່ທີ່ ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄົບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງປະຖົມມະເລີກຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ມີທ່ານລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງຽງຈັນ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດກ່າວເປີດກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ປະຈຸບັນ ພວກເຮົາຍັງຢູ່ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານ, ເຊິ່ງຈຸດໝາຍລວມ ກໍ່ຄື ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢ່າງແໜ້ນ; ສືບຕໍ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ໄດ້ຢ່າງໜັກແໜ້ນ ແລະ ທົ່ວເຖິງ, ພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020 ໂດຍຊຸກຍູ້ການເຕີບໂຕທີ່ຕໍ່ເນື່ອງ, ສົມດຸນ ແລະ ຍືນຍົງ; ມີການຄຸ້ມຄອງ, ນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິຜົນສູງສຸດ; ສ້າງໃຫ້ໄດ້ການຫັນປ່ຽນ ຮູບແບບການພັດ ທະນາຕາມທິດເສີມຂະຫຍາຍທ່າແຮງ ທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດ, ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ. ໃນແຜນພັດທະນາດັ່ງກ່າວ, ໄດ້ກຳນົດອັດຕາການເຕີບໂຕຂອງຂອງ GDP ສະ ເລ່ຍບໍ່ຫຼຸດ 7.5 % ແລະ ຕ້ອງການງົບປະມານໃນແຜນພັດທະນາ ຫຼື ທຶນທັງໝົດ 223,000 ຕື້ກີບ (28 ຕື້ໂດລາສະຫະລັດ) ຫຼື ເທົ່າກັບ 30 % ຂອງ GDP. ໃນນັ້ນ, ວຽກງານສົ່ງເສີມດຶງດູດ ການລົງທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຄາດຄະເນຕ້ອງໄດ້ປະມານ 54-58 % (15-16 ຕື້ໂດລາສະຫະລັດ) ແລະ ເຫັນໄດ້ວ່າວຽກງານສົ່ງເສີມການລົງທຶນ ເປັນວຽກງານທີ່ມີຄວາມທ້າທາຍສໍາລັບພວກເຮົາ ແລະ ຈະເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາ ແລະ ຂັບເຄື່ອນເສດຖະກິດຂອງ ສປປ ລາວ. ລັດຖະບານ ຍາມໃດກໍ່ໄດ້ເອົາໃຈໃສ່ ຊີ້ນໍານໍາພາຢ່າງໃກ້ສິດຕໍ່ວຽກງານດັ່ງກ່າວ ໂດຍສະເພາະ ໄດ້ປັບປຸງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ໃນປີ 2016 ແລະ ການຈັດຕັ້ງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມກົນໄກບໍລິການການລົງທຶນຜ່ານປະຕູດຽວ ເພື່ອເຮັດໃຫ້ການລົງທຶນ ມີຄວາມສະດວກ, ວ່ອງໄວ, ໂປງໃສ, ຖືກຕ້ອງ ໄດ້ຮັບການປົກປ້ອງໃນດ້ານຕ່າງໆຈາກລັດ ແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ, ຂອງລັດ, ລວມໝູ່ ແລະ ປະຊາຊົນ ສາມາດເຊື່ອມໂຍງເສດຖະກິດກັບພາກພຶື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ບົດລາຍງານກ່ຽວກັບ ການຈັດຕັ້ງຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ແລະ ກົນໄກການປະສານງານຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ຂັ້ນແຂວງ ຕາມກົດໝາຍວ່າດ້ວຍ ສົ່ງເສີມການລົງທຶນສະບັບປັບປຸງ.

ພ້ອມດຽວກັນນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ແລະ ກົນໄກການປະສານງານ ລະຫວ່າງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ຂັ້ນແຂວງ ມີຄວາມສະດວກ, ວ່ອງໄວ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນຂອງປະເທດເຮົາ.

ທີ່ມາ: ກົມປະຊາສຳພັນ, ຫສນຍ 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.