Header Ads

ແສງສະຫວັນ ສີຫາລາວ (ມູ່ມີ່) ນາງງາມຕົວແທນຈາກລາວ ຄວ້າລາງວັນ “BEST SMILE” ໃນເວທີ “MISS CHINA ASEAN ETIQUETTE 2017” ທີ່ ສປ ຈີນ


ແສງສະຫວັນ ສີຫາລາວ (ມູ່ມີ່) ນາງງາມຮອງອັນດັບສີ່ Miss Grand Laos 2017 ເຊິ່ງເປັນຕົວແທນຈາກປະເທດລາວໄປຮ່ວມປະກວດໃນເວທີ “Miss China Asean Etiquette 2017” ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017.






ເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວໂດຍສະເພາະແມ່ຍິງລາວກັບບາດກ້າວສໍາຄັນໃນເວທີສາກົນ ເຊິ່ງບໍ່ພຽງແຕ່ງົດງາມ ແຕ່ຍັງມີຄວາມສາມາດ ແລະ ພ້ອມກັບປະກອບສ່ວນໃນການເຜີຍແຜ່ວັດທະນທໍາລາວ, ເອກກະລັກລາວ ແລະ ຄວາມເປັນລາວຜ່ານຍີ້ມແບບຄົນລາວຈົນສາມາດຄວ້າລາງວັນ “Best Smile” ມາຝາກພໍ່ແມ່ພີ່ນ້ອງຊາວລາວ ໃນເວທີ “Miss China Asean Etiquette 2017”.







tonamcha.com ແລະ ທີມງານຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ແສງສະຫວັນ ສີຫາລາວ (ມູ່ມີ່) ມານະໂອກາດນີ້ດ້ວຍ ແລະ ນີ້ແມ່ນປະມວນພາບບັນຍາກາດການປະກວດ ແລະ ການເກັບໂຕຂອງສອງສາວຕົວດແທນ ສປປ ລາວ ທີ່ ສປ ຈີນ.











Photo: Mumee Sengsavanh  
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.