Header Ads

ທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ



ໃນຕອນເຊົ້າວັນທີ 29 ກັນຍາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ປະເທດສະຫະລັດອາເມລິກາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງທ່ານລັດຖະມົນຕີ ກະຊວງການຄ້າອາເມລິກາ ພ້ອມດ້ວຍຄະນະ ໃນຄັ້ງນີ້ ອັນເປັນການເສີມຂະຫຍາຍ ການພົວພັນຮ່ວມມືທີ່ດີຂອງສອງປະເທດ ລະຫວ່າງ ສປປ ລາວ-ອາເມລິກາ ໃຫ້ມີໝາກມີຜົນ ແລະ ປະສິດທິພາບສູງຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ເພື່ອເປັນການຜັນຂະຫຍາຍ ຜົນຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມ ຂອງອະດີດປະທານາທິບໍດີ ບາລັກ ໂອບາມາ ໃນປີ 2016 ທີ່ຜ່ານມາ ເຊິ່ງໄດ້ເປັນຂີດໝາຍອັນດີ ໃນການພົວພັນຮ່ວມມື ລະຫວ່າງ ລາວ-ອາເມລິກາ ແລະ ໄດ້ມີຖະແຫຼງການຮ່ວມ ທີ່ມີເຈດຈໍານົງ ກ່ຽວກັບການຍົກລະດັບເປັນຄູ່ຮ່ວມມື ແບບກວມລວມ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ອາເມລິກາ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນໄລຍະທີ່ຜ່ານມາ ເປັນຕົ້ນ ການຊ່ວຍເຫຼືອທາງດ້ານວິຊາການ, ການສະໜັບສະໜູນ ສປປ ລາວ ເພື່ອເຂົ້າເປັນສະມາຊິກ ອົງການການຄ້າໂລກ, ການໃຫ້ທຶນຊ່ວຍເຫຼືອ ເພື່ອເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບ ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຮັບຊາບ ໂດຍສະເພາະ ການປັບປຸງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ການບໍລິການ ການລົງທຶນຜ່ານປະຕູດຽວ. ພ້ອມທັງ ສະເໜີມາຍັງ ລັດຖະບານ ສະຫະລັດອາເມລິກາ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ຊຸກຍູ້ຊ່ວຍເຫຼືອ ສປປ ລາວ ຕໍ່ໄປໂດຍສະເພາະແມ່ນ ການເພີ່ມບໍລິມາດການຄ້າ ຂອງສອງປະເທດ ໃຫ້ມີປະລິມານ ສູງຂຶ້ນ.



ໃນໂອກາດດຽວກັນ, ທ່ານ Wilbur Ross ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ແລະ ຂໍຂອບ ໃຈມາຍັງລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຂອງອາເມລິກາ ໃນໄລຍະທີ່ຜ່ານມາ.


ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.