Header Ads

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຣັບການນໍາເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ​



​​​​​ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ຢູ່ທີ່ນະຄອນໜານນິງ, ແຂວງກວາງຊີ, ສປ ຈີນ ທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 12-15 ກັນຍາ 2017 ນີ້, ໃນຕອນເຊົ້າຂອງວັນທີ 11  ກັນຍາ 2017 ທີ່ຫ້ອງປະຊຸມລີສອດລີ້ຢວນ ​ຕຶກເບີ 17 ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບທ່ານ ເສິນອູ, ປະທານເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະ.



ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ທ່ານປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ຄະນະຮັບຜິດຊອບຈັດງານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ ແກ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ເຊິ່ງເຫັນວ່າ ເປັນເຂດໜຶ່ງທີ່ມີການພັດທະນາໄວໃນ ສປ ຈີນ. ສໍາລັບການເປັນເຈົ້າພາບຈັດງານວາງສະແດງສິນຄ້າ ຈີນ-ອາຊຽນ ໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງ  ແລະ ເຊື່ອໝັ້ນວ່າ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ອາຊຽນ ໃຫ້ນັບມື້ໄດ້ຮັບໝາກຜົນຕົວຈິງຫຼາຍກວ່າເກົ່າ. ສ່ວນການຣ່ວມມືຂອງສອງປະເທດ ເຫັນວ່າສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ ເວົ້າລວມ, ເວົ້້າສະເພາະ ຕະຫຼອດໄລຍະຜ່ານມາ ສປປ ລາວ ແລະ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ນອກຈາກນີ້, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຍັງໄດ້ປະກອບສ່ວນຢ່າງຫຼວງຫຼາຍ ໃນການສົ່ງເສີມ ແລະ ຊຸກຍູ້ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລະຫວ່າງ ຈີນ ແລະ ອາຊຽນ, ສາມາດເວົ້າໄດ້ວ່າ ເປັນຂົວຕໍ່ອັນສຳຄັນ ກັບບັນດາປະເທດ ອາຊຽນ ແລະ ເປັນປະຕູທາງຜ່ານ ຈາກອາຊຽນເຂົ້າສູ່ປະເທດຈີນ. ເນື່ອງຈາກວ່າ, ເຂດກວາງຊີ ແມ່ນນອນຢູ່ໃນຂໍ້ລິເລີ່ມ “ໜຶ່ງແລວທາງ, ໜື່ງເສັ້ນທາງ” ຂອງປະທານ ສີ ຈິ້ນ ຜິງ. 

​​ໃນໂອກາດດຽວກັນ, ທ່ານປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ກໍ່ໄດ້ສະແດງຄວາມດີອົກດີໃຈ ແລະ ຍິນດີຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທີ່ເດີນທາງ ມາເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14, ພ້ອມທັງ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນເຂດປົກຄອງຕົນເອງ ແລະ ສະແດງຄວາມດີໃຈ ທີ່ເຫັນວ່າການຣ່ວມມືຂອງສອງປະເທດ ນັບມື້ນັບໄດ້ຣັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເວົ້້າລວມ, ເວົ້າສະເພາະ ແມ່ນການຣ່ວມມືລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ສປປ ລາວ ແມ່ນໄດ້ການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະ ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກໍາ.

​​ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານປະທານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຍັງເຫັນດີທີ່ຈະສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງ ສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກໃນ ການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂື້ນ ພ້ອມດຽວກັນນີ້ ທັງສອງຝ່າຍຍັງຈະສືບຕໍ່ຊຸກຍູ້ບັນດາບໍລິສັດ, ນັກລົງທຶນຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄປຢ້ຽມຢາມ ແລະ ສຶກສາ ເບິ່ງຄວາມເປັນໄປໄດ້ ໃນການຮ່ວມມືດ້ານການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ລວມທັງ ສືບຕໍ່ຊ່ວຍເຫຼືອໃນການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນ ບັນດາການນຳ, ນັກທຸລະກິດ ແລະ ນັກທ່ອງທ່ຽວ  ພາຍໃນ​ເຂດປົກຄອງດັ່ງກ່າວ ກໍ່ຄື ຈາກ ສປ ຈີນ ໄປຢ້ຽມຢາມ ສປປ ລາວ ໃນໂອກາດປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງຕື່ມອີກ.


ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.