Header Ads

ສປປ ລາວ ແລະ ສ. ອາແຊັກໄບຊານ ເພີ່ມທະວີການຮ່ວມມືສອງຝ່າຍ



ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ ​ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາ​ວ, ທ່ານ ເອລມາ ມໍາມາເດຍຣົບ (Elmar Mammadyarov), ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສາ​ທາ​ລະນະ​ລັດ ອາແຊັກໄບຊານ, ໄດ້​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງການ ​​ໃນ​ລະຫວ່າງ​ວັນ​ທີ 15-16 ກັນຍາ 2016, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ອາແຊັກໄບຊານ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.



ໃນການພົບປະຢ່າງເປັນທາງການ ລະຫວ່າງ ຄະນະຜູ້ແທນຂອງທັງສອງຝ່າຍ ຊຶ່ງນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ເອລມາ ມໍາມາເດຍຣົບ ຈັດຂຶ້ນໃນວັນທີ 15 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ.  ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຢ້ຽມຢາມທາງການອາແຊັກໄບຊານ ຄັ້ງປະຫວັດສາດ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາແຊັກໄບຊານ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຄະນະ ໃນເດືອນມິຖຸນາ 2017 ຜ່ານມາ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນທຸກລະດັບ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ, ໂດຍສະເພາະ ສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ບໍ່ແຮ່, ກະສິກຳ, ອຸດສາຫະກຳປຸງແຕ່ງ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ, ເວົ້າລວມແມ່ນ ເຫັນດີໃຫ້ສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.



ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຢ້ຽມຢາມທາງການ ສປປ ລາວ ຂອງ ທ່ານລັດຖະມົນຕີຕ່າງປະເທດ ອາແຊັກໄບຊານ ແລະ ຄະນະໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສ. ອາແຊັກໄບຊານ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ຄືການໃຫ້ທຶນແກ່ນັກສຶກສາລາວ ແລະ ທຶນຝຶກອົບຮົມ ຫຼື ການໄປທັດສະນະສຶກສາໄລຍະສັ້ນ ທີ່ ອາແຊັກໄບຊານ ໃຫ້ແກ່ພະນັກງານຂັ້ນຕ່າງໆຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ການຊ່ວຍເຫຼືອດັ່ງກ່າວ ເພື່ອແລກປ່ຽນຄວາມຮູ້, ປະສົບການດ້ານວິຊາສະເພາະ ເພື່ອໝູນໃຊ້ເຂົ້າໃນການພັດທະນາປະເທດຊາດຂອງສອງປະເທດ.



ໃນຂະນະດຽວກັນ, ທ່ານລັດຖະມົນຕີ ເອລມາ ມໍາມາເດຍຣົບ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ສະໜັບສະໜູນ ສ. ອາແຊັກໄບຊານ ໃນການສະໝັກເລືອກຕັ້ງ ເປັນສະມາຊິກອົງການຕ່າງໆໃນກອບອົງການສະຫະປະຊາຊາດ ໃນໄລຍະຜ່ານມາ. ນອກນັ້ນ, ທ່ານລັດຖະມົນຕີຕ່າງປະເທດ ອາແຊັກໄບຊານ ຍັງໄດ້ສະເໜີໃຫ້ມີການສ້າງຕັ້ງ ສະມາຄົມມິດຕະພາບ ອາແຊັກໄບຊານ-ລາວ.

ພາຍຫຼັງສຳເລັດການພົບປະ, ລັດຖະມົນຕີຕ່າງປະເທດທັງສອງທ່ານ ລາວ-ອາແຊັກໄບຊານ ກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ. ອາແຊັກໄບຊານ ວ່າດ້ວຍ ການສ້າງຕັ້ງການປຶກສາຫາລື ແລະ ການຮ່ວມມືຮ່ວມກັນ.


ໃນວັນດຽວກັນ, ທ່ານ ເອລມາ ມຳມາເດຍຣົບ ພ້ອມດ້ວຍຄະນະ, ກໍ່ໄດ້ເຂົ້າຢ້ຽມຂ່ຳນັບພະນະທ່ານບຸນຍັງວໍລະຈິດ, ປະທານປະເທດແຫ່ງສປປລາວ ແລະ ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງ ການນຳຂັ້ນສູງຂອງລາວ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນ ອາແຊັກໄບຊານ ໃນຄັ້ງນີ້, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ, ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ອາແຊັກໄບຊານ ພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ເອລມາ ມໍາມາເດຍຣົບ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການນຳຂັ້ນສູງຂອງລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນຳເອົາຄວາມຍື້ຢາມຖາມຂ່າວຈາກ ປະທານາທິບໍດີ ແລະ ປະທານສະພາ ແຫ່ງ ສ. ອາແຊັກໄບຊານ ມາເຖິງຄູ່ຮ່ວມຕຳແໜ່ງຝ່າຍລາວ, ສະແດງຄວາມເຫັນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ອາແຊັກໄບຊານ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.

ໃນການຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້, ຄະນະຜູ້ແທນອາແຊັກໄບຊານ ຍັງໄດ້ພົບປະກັບ ບັນດາອະດີດນັກສຶກສາລາວ ທີ່ຮຽນຈົບມາແຕ່ອາແຊັກໄບຊານ ແລະ ຢ້ຽມຊົມສະຖານທີ່ທາງດ້ານວັດທະນະທໍາ ແລະ ປະຫວັດສາດ ທີ່ສຳຄັນຈຳນວນໜຶ່ງ ທີ່ນະຄອນຫຼວງວຽງຈັນ.

ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    

___________


Powered by Blogger.