Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທູດ ສ.ເກົາຫລີ



ໃນວັນທີ 13 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຢູນ ຄັງ ຮຽນ (Yun Kang-hyeon), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ, ໃນໂອກາດທີ່ໄດ້ສຳເລັດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ.



 ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍທ່ານທູດ ຢຸນ ຄັງ ຮຽນ ຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ສຳຄັນອັນມີກຽດຢູ່ລາວ ແລະ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ໃຫ້ແຕກດອກອອກຜົນໃນຫລາຍດ້ານ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຢ່າງເປັນປົກກະຕິ, ການຮ່ວມມືຊ່ວຍເຫຼືອເພື່ອການພັດທະນາ ໄດ້ກວມເອົາຫຼາຍຂົງ ເຂດ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາຊົນນະບົດ, ການພັດທະນາກະສິກຳ ແລະ ການພັດທະນາພື້ນຖານໂຄງລ່າງຕ່າງໆ; ການຮ່ວມມືພາກທຸລະກິດ ທີ່ຢູ່ໃນທ່າຂະຫຍາຍຕົວແຮງ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດໄດ້ເພີ່ມຂຶ້ນ ແລະ ມີການເປີດຖ້ຽວບິນໂດຍສານໂດຍກົງ ລະຫວ່າງສອງປະເທດຫລາຍຂຶ້ນ.

ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງລັດຖະບານ ແລະ ປະຊາຊົນ ສ. ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ຢູນ ຄັງ ຮຽນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະອຳນວຍຄວາມສະດວກ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງທ່ານ ຢູ່ ສປປ ລາວໃນຄັ້ງນີ້ ຈົນປະສົບຜົນສຳເລັດເປັນຢ່າງດີ.


ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.