Header Ads

ລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບ ລັດຖະມົນຕີກະຊວງການຄ້າ ອາເມລິກາ



ໃນຕອນເຊົ້າຂອງວັນທີ 29 ກັນຍາ 2017, ຢູ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Wilbur Ross, ລັດຖະມົນຕີກະຊວງການຄ້າ ແຫ່ງ ສະຫະລັດ ອາເມລິກາ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 28-30 ກັນຍາ 2017.

ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທຳອິດຂອງລັດຖະມົນຕີກະຊວງການຄ້າຂອງສະຫະລັດ ອາເມລິກາ, ຊຶ່ງເປັນໂອກາດທີ່ສຳຄັນໃນການປຶກສາຫາລືເພື່ອເພີ້ມທະວີການພົວພັນສອງຝ່າຍ ໃນດ້ານການຄ້າ ແລະ ການລົງທຶນ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຍິນດີຕໍ່ການເຊັນສັນຍາລະຫວ່າງ ບໍລິສັດ Convalt-GE Energy ຂອງອາເມລິກາ ກັບທະນາຄານ Cathay United Bank ເພື່ອພັດທະນາໂຄງການພະລັງງານແສງຕາເວັນຢູ່ພາກໃຕ້ຂອງລາວ ແລະ ການເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງຕັ້ງສູນສົ່ງເສີີມນັກທຸລະກິດເພດຍິງ (Women’s Entrepreneurial Center) ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ກໍຄື ໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງລັດຖະບານສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະວຽກງານເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ການຄວບຄຸມ ແລະ ປາບປາມຢາເສບຕິດ ກໍຄື ໃນດ້ານການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

ຜ່ານມາ, ທັງສອງຝ່າຍໄດ້ມີການເພີ້ມທະວີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ   ໃນຂະແໜງ ເສດຖະກິດ ແລະ ການຄ້າ-ການລົງທຶນ, ຊຶ່ງຫຼ້າສຸດ ຄະນະຜູ້ແທນສະພາທຸລະກິດອາຊຽນ-ອາເມລິກາ (US-Asean Business Council) ໄດ້ເດີນທາງມາຢ້ຽມຢາມ ເພື່ອສຶກສາເບິ່ງຄວາມອາດສາມາດໃນການລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ.


ທີ່ມາ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.