Header Ads

ນາຍົກລັດຖະມົນຕີຢີປຸ່ນປະກາດຍຸບສະພາເລືອກຕັ້ງໃໝ່ ຫວັງເພີ່ມຄະແນນສຽງແກ້ໄຂວິກິດເກົາຫຼີເໜືອ




ສໍານັກຂ່າວ The guardian  ລາຍງານວ່າ: ໃນວັນທີ 25 ກັນຍາ ນີ້ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕິຢີປຸ່ນປະກາດຍຸດສະພາໃນວັນທີ 28 ກັນຍາ ນີ້ເພື່ອເປີດທາງໃຫ້ມີການເລືອກຕັ້ງໃໝ່ກ່ອນກໍານົດ ໂດຍນັກວິເຄາະຄາດການວ່ານາຍົກລັດຖະມົນຕິຢີປຸ່ນຕ້ອງການສຽງສະໜັບສະໜູນເພີ່ມຂື້ນ ເພື່ອໃຫ້ພັກສາມາດຕັດສີນໃຈໃນການດໍາເນີນມາດຕະການແກ້ໄຂຄວາມເຄັ່ງຕຶງລະຫວ່າງເກົາຫຼີເໜືອ ແລະ ຢີປຸ່ນ ພາຍຫຼັງທີ່ເກົາຫຼີເໜືອຍິງຂີປະນາວຸດຂ້າມຢີປຸ່ນເຖິງສອງຄັ້ງໃນຮອບເດືອນກັນຍາ 2017 ນີ້.




ທ່ານ ນາງ ຢູຣິໂກະ ໂຄອິເກະ ເຈົ້າຄອງນະຄອນ ນະຄອນໂຕກຽວຄົນປັດຈຸບັນ




ຂໍ້ມູນເບື້ອງຕົ້ນລະບຸວ່າການເລືອກຕັ້ງຈະມີຂື້ນໃນວັນທີ 22 ຕຸລາ 2017 ນີ້ ເຊິ່ງຜົນການສໍາຫຼວດຂອງໜັງສຶພິມທ້ອງຖິ່ນຂອງຢິ່ປຸ່ນ (Nikkei Business Newspaper) ເປີດເຜີຍໃນອາທິດຜ່ານມາວ່າ 44% ຂອງຜູ້ມີສິດເລືອກຕັ້ງຈະເລືອກພັກແອວດີພີ ( LDP) ຂອງທ່ານ ຊິນໂຊະ ອາເບະ , ສ່ວນ 8% ຈະເທຄະແນນໃຫ້ກັບຝ່າຍຄ້ານ ( ຫຼື  The Main Opposition Democratic Party ) ແລະ ອີກ 20% ທີ່ເຫຼືອແມ່ນຍັງບໍ່ທັນໄດ້ຕັດສີນໃຈ ເຊິ່ງອາດເປັນຜົນດີໃຫ້ກັບພັກອື່ນໆທີ່ກໍາລັງມາແຮງໄດ້ມີໂອກາດຮັບສຽງໂວດເຂົ້າໄປນັ່ງໃນສະພາເຊັ່ນ ພັກຂອງທ່ານ ນາງ ຢູຣິໂກະ ໂຄອິເກະ ເຈົ້າຄອງນະຄອນ ນະຄອນໂຕກຽວຄົນປັດຈຸບັນ. 




ທີ່ມາThe guardian 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.