Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີສະຫຼອງວັນຊາດຫວຽດນາມ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ



ອີງຕາມການລາຍງານຂ່າວຂອງ ກະຊວງການຕ່າງປະເທດວ່າ:  ໃນຕອນແລງຂອງວັນທີ 4 ກັນຍາ 2017, ທີ່ ໂຮງແຮມ ຄຼາວພາຊາ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 72 ປີ (2/9/1945-2/9/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສສ. ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017), ຈັດໂດຍສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ຈັນສີ ໂພສີຄຳ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ, ມີບັນດາການນຳພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາເອກອັກຄະລັດຖະທູດ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ພ້ອມທັງແຂກທີ່ຖືກເຊີນ ທັງລາວ ແລະ ຫວຽດນາມ.



ໃນພິທີດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກ່າວສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ອວຍພອນໄຊອັນປະເສີດໄປຍັງລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ.ຫວຽດນາມ ຄົບຮອບ 72 ປີ ແລະ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ, ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.


ທີ່ມາ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.