Header Ads

ຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ



ອີງຕາມການລາຍງານຂ່າວຂອງ ຂປລ ວ່າ : ຄະນະ​ຜູ້​ແທນ​ລາວ ນຳ​ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍຄະນະ ເຈົ້າ​ໜ້າ​ທີ່ອາວຸໂສປະຊາ​ຄົມ​ວັດທະນະທຳ-ສັງຄົມ ອາ​ຊຽນລາວ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ (ASCC) ຄັ້ງ​ທີ 18 ໃນວັນທີ 13 ກັນຍາ 2017 ທີ່ ເມືອງຕາກາຍໄຕ, ປະເທດຟີລິບປິນ. ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ AGAY EMMANUEL LEYCO ຮັກສາການລັດຖະມົນຕີ ກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ປະເທດຟິລິປິນ, ມີ​ບັນດາ​ລັດຖະມົນຕີ, ຮອງລັດຖະມົນຕີ​ຮັບຜິດຊອບວຽກງານ ປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ ຂອງບັນດາປະ​ເທດສະມາຊິກອາ​ຊຽນ, ມີຮອງ​ເລຂາທິ ການ​ໃຫຍ່ອາ​ຊຽນ, ບັນດາຫົວໜ້າເຈົ້າ​ໜ້າ​ທີ່ອາວຸໂສ ປະຊາ​ຄົມ​ວັດທະນະທຳ-ສັງຄົມ ອາ​ຊຽນ (SOCA) ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 18 ນີ້ ມີເປົ້າໝາຍເພື່ອເຄື່ອນໄຫວກິດຈະກຳຕ່າງໆ ຮັບໃຊ້ການຈັດຕັ້ງ ສະເຫລີມສະຫລອງການສ້າງຕັ້ງອາຊຽນ ຄົບຮອບ 50, ສ້າງບັນດາເອກະສານ, ສືບຕໍ່ພິຈາລະນາເອກະສານເອກະສານສຳຄັນຕ່າງໆ ເພື່ອນຳໄປສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ທີ່ຈະຈັດຂຶ້ນ ໃນເດືອນພະຈິກ 2017 ນີ້ ທີ່ປະເທດຟີລິບປິນ. ພ້ອມ​ນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ຜົນການປຶກສາຫາລື ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ (SOCA) ຄັ້ງທີ 23 ທີ່ຈັດຂຶ້ນ ໃນວັນທີ 11-12 ກັນຍາ 2017, ​ໂດຍ​ສະ​ເພາະ​ແມ່ນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ພາຍໃຕ້ແຜນແມ່ບົດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ ວິ​ໄສທັດອາຊຽນ 2025, ລວມທັງ​ການສະ​ເໜີ​ ວິທີ​ການ​ປັບປຸງ​ຮູບ​ແບບ​ການ​ຕິ​ດຕາມ ​ແລະ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງານ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ 2025 (ASCC Blue Print 2025).


​​ໃນໂອກາດ​ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ຍົກໃຫ້ເຫັນບາງໜ້າວຽກທີ່ສຳຄັນ ໃນການປະກອບສ່ວນປະຕິບັດພາລະບົດບາດ ໃນການຈັດຕັ້ງປະຕິບັດ ໂດຍສະເພາະຂອງ ສປປ ລາວ ເຊັ່ນ: ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະກຳຄຸ້ມຄອງໄພພິບັດ (ACDM) ຄັ້ງທີ 30, ກອງປະຊຸມ Governing Board of the AHA Center ຄັ້ງທີ 6, ກອງປະຊຸມໜ່ວຍສະເພາະກິດ ຄັ້ງທີ 7 ຂອງPromote Synergy with other relevant ASEAN bodies on HARD and Open Session on AADMER Partnership ໃນເດືອນມີນາ 2017 ທີ່ຜ່ານມາ. ໃນມໍ່ໆນີ້, ສປປ ລາວ ກໍຈະໄດ້ຮັບກຽດຈັດກອງປະຊຸມ Parties to the Agreement on Disaster Management and Emergency Responses (AADMER) ຄັ້ງທີ 6, ກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ (ACDM) ຄັ້ງທີ 31 ແລະ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດ (AMMDM) ຄັ້ງທີ 5, ໃນລະຫວ່າງວັນທີ 17-19 ຕຸລາ 2017 ທີ່ ເມືອງມໍລະດົກໂລກຫລວງພະບາງ ​ແລະ ໃນປີ 2018 ເປັນປີແຫ່ງການທ່ອງທ່ຽວລາວ (Visit Laos Year 2018) ທ່ານໄດ້ສະເໜີເຊີນຊວນບັນດາ ປະເທດສະມາຊິກອາຊຽນ ເຂົ້າມາທ່ຽວຊົມ ບັນດາແຫລ່ງທ່ອງທ່ຽວຕ່າງໆໃນ ສປປ ລາວ ອີກ​ດ້ວຍ.


ທີ່ມາ: ສໍານັກຂ່າວສານປະເທດລາວ   | Photo: asean.org 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.