Header Ads

ລັດຖະບານ-ເຈົ້າແຂວງ ເລັ່ງຫາລືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ



ອີງຕາມການລາຍງານຂ່າວຂອງ ຫນັງສືພິມວຽງຈັນໃຫ່ມ ວ່າ: ກອງ​ປະຊຸມ​ລັດຖະບານ​ເປີດກວ້າງ ຄັ້ງ​ທີ I ປີ 2017 ຈັດ​ຂຶ້ນວັນ​ທີ 7-8 ກັນຍາ 2017 ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະທານຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ມີ​ບັນດາ​ຮອງ​ນາຍົກ​ລັດຖະມົນຕີ ສະມາຊິກ​ລັດ​ຖະບານ ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ເຈົ້າແຂວງ ຜູ້ຕາງໜ້າ​ອົງການຈັດຕັ້ງ​ພັກ ສະພາ​ແຫ່ງ​ຊາດ ອົງການ​ນິຕິບັນຍັດ ຕຸລາການ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ອົງການຈັດຕັ້ງ​ມະຫາຊົນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ ພ້ອມກັນ​ສະຫຼຸບ​ຕີ​ລາຄາ​ຢ່າງ​ກົງ​ໄປ​ກົງມາ​ຕໍ່​ໝາກຜົນ ແລະ ຂໍ້ຄົງຄ້າງ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ ແລະ ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ ​ທີ່ພົວພັນ​ກັບ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມຄອງ​ສັງຄົມ​ຂອງ​ລັດຖະບານ ກໍ່​ຄືອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ໃນໄລຍະ​ຜ່ານ​ມາ ແລະ ທິດ​ທາງ​ຕໍ່ໜ້າ ໂດຍ​ສະເພາະ ການ​ສະຫຼຸບຕີ​ລາຄາ​ຄວາມ​ຄືບ​ໜ້າ ການ​ຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ​ປີ 2017 ແລະ ທິດທາງປີ 2018 ສະຫຼຸບ​ຖອດ​ຖອນບົດຮຽນ ແລະ ທິດ​ທາງ​ຜັນ​ຂະຫຍາຍ​ຜົນ​ການ​ຢ້ຽມຢາມ​ຕ່າງ​ປະເທດ​ຂອງ​ພັກ ແລະ ລັດຖະບານຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ມະຕິຄຳ​ສັ່ງ ແຈ້ງ​ການ ແລະ ການ​ຕົກລົງ​ຂອງ​ລັດຖະບານ​ໃນ​ໄລຍະຜ່ານ​ມາ ​ການຈັດຕັ້ງ​ປະຕິບັດ​ຄຳສັ່ງ​ເລກ​ທີ 15/​ນຍ ວ່າ​ດ້ວຍ​ການເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນການ​ຄຸ້ມ​ຄອງ ແລະ ການ​ກວດກາ​ຂຸດ​ຄົ້ນ​ໄມ້ ເຄື່ອນ​ຍ້າຍ​ໄມ້ ແລະ ທຸລະ​ກິດ​ໄມ້ ແລະ ທິດ​ຊີ້​ນຳເພີ່ມ​ເຕີມ​ຕ່າງໆ​ຂອງ​ລັດຖະບານ ປຶກສາ​ຫາລື​ທິດ​ທາງ​ການ​ສົ່ງເສີມການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ຄ້ຳປະກັນ​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ ລາຍ​ງານ ກະກຽມ​ຄວາມ​ພ້ອມ​ໃນ​ການ​ເປີດປີ​ທ່ອງ​ທ່ຽວ​ລາວ 2018 ແລະ ລາຍ​ງານ​ສະພາບ​ການ​ແກ້​ໄຂ​ສິ່ງກີດຂວາງ ແລະ ການ​ຊົດ​ເຊີຍ​ຜູ້ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ ໂຄງການ​ທາງ​ລົດໄຟ ລາວ-ຈີນ ລວມ​ທັງ​ເອກະສານ​ສຳຄັນ ແລະ ຮີບ​ດ່ວນ​ຄື: ຮ່າງ​ແຜນ​ແມ່ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ຮ່າງດຳລັດ​ວ່າ​ດ້ວຍ​ການ​ປະກອບ​ຄຸ້ມຄອງ ແລະ ນຳ​ໃຊ້​ລົດ​ລັດ ທິດທາງ​ໃນ​ການ​ແກ້​ໄຂ​ບັນຫາ​ການຂົນສົ່ງ​ທາງບົກ ແລະ ດ່ານ​ສາກົນ​ພາຍ​ໃນ​ປະເທດ ເພື່ອ​ອຳນວຍຄວາມ​ສະດວກ​ໃຫ້​ແກ່​ການ​ຂົນສົ່ງ.



ໂດຍ​ລວມ​ແລ້ວ ບັນຫາ​ທີ່​ນຳມາ​ປຶກສາ​ຫາລື​ຢູ່​ໃນ​ກອງ​ປະຊຸມ ມີ​ລັກສະນະ​ກວມ​ລວມ ແລະ ພົວພັນ​ເຖິງ​ການ​ປະຕິບັດ​ໜ້າທີ່​ວຽກງານ​ຂອງ​ຂະແໜງການ​ສູນ​ກາງ ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ດັ່ງນັ້ນ ທ່ານ​ນາຍົກ​ຈຶ່ງ​ຮຽກຮ້ອງ​ໃຫ້​ຜູ້​ທີ່​ເຂົ້າ​ຮ່ວມ ​ຈົ່ງ​ພິ​ຈາລະ​ນາ​ຢ່າງ​ກວ້າງຂວາງ​ເລິກເຊິ່ງ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບຂອງ​ຕົນ ​ເຂົ້າ​ໃນ​ການ​ປະກອບ​ຄຳເຫັນ ສະເໜີ​ຢ່າງ​ກົງ​ໄປ​ກົງ​ມາ ກະທັດ​ຮັດ ແລະ ມີ​ຈຸດ​ສຸມ ລົງເລິກ​ເຖິງ​ຂໍ້ຄົງຄ້າງ​ທີ່​ຍັງ​ປະຕິບັດ​ບໍ່​ທັນ​ໄດ້​ດີ ວິເຄາະ-ວິໄຈ​ສາເຫດ ແລະ ສະເໜີ​ທິດ​ທາງ ມາດ​ຕະການ​ແກ້​ໄຂ​ຕົວ​ຈິງ ເພື່ອ​ໃຫ້​ສາມາດ​ປັບປຸງ​ແກ້​ໄຂ ແລະ ຍົກ​ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ ແລະ ບໍລິຫານ​ບ້ານ​ເມືອງ​ໃຫ້​ສູງ​ຂຶ້ນ

ທີ່ມາຫນັງສືພິມວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.