Header Ads

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ



ໃນຕອນເຊົ້າຂອງວັນທີ 18 ກັນຍາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອິວາໂອະ ໂຮຣິອິ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກັນຍາ 2017



​​​​​​​​ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາເຮັດວຽກຢູ່ ສປປ ລາວ ຂອງທ່ານ ອິວາໂອະ ໂຮຣິອິ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງ ການສືບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 60 ກວ່າປີທີ່ຜ່ານມາ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ. ໃນໂອກາດດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ພັກ ແລະ ລັດຖະບານລາວ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ກໍ່ຄື ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການປະກອບສ່ວນເຂົ້າໃນບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການພັດທະນາຊັບພະຍາກອນມະນຸດ, ໂຄງການສາທາລະນະສຸກ, ໂຄງການກະສິກຳ-ປ່າໄມ້, ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ຢູ່ເຂດພາກກາງ ແລະ ພາກໃຕ້ ຂອງລາວ ອັນເປັນການປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.​



​​​​​ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ, ສະແດງຄວາມຂອບໃຈມາຍັງພັກ-ລັດຖະບານ ກໍ່ຄື ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື, ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃນໄລຍະເຄື່ອນໄຫວເຮັດວຽກທີ່ ສປປ ລາວ, ທັງນີ້ ກໍ່ເພື່ອປະກອບສ່ວນໃຫ້ການຮ່ວມມືໃນຂົງເຂດການຕ່າງປະເທດ ຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແບບຍືນຍົງ ສອດຄ່ອງກັບແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຂອງສອງປະເທດ ວາງອອກໃຫ້ປະກົດຜົນເປັນຈິງ.​


 ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.