Header Ads

ຊາວເກົາຫຼີເໜືອກວ່າແສນໂຮມໂຕຊຸມນຸມກັນປະທ້ວງຕໍ່ຕ້ານ ສ. ອາເມຣິກາ ແລະ ປະກາດສົງຄາມກັບ ສ. ອາເມຣິກາ ຜ່ານສືມວນຊົນ ນິວຢອກ




ສໍານັກຂ່າວ KCNA ເປີດເຜີຍພາບຊາວເກົາຫຼີເໜືອກວ່າແສນຄົນຮ່ວມໂຕກັນທີ່ນະຄອນພຽງຢາງ ເພື່ອສະແດງພະລັງຕໍ່ຕ້ານ ສ. ອາເມຣິກາ ເຊິ່ງສໍານັກຂ່າວ KCNA ຂອງເກົາຫຼີເໜືອລະບຸວ່າການໂຮມຊຸມນຸມກັນແມ່ມີຂື້ນທີ່ຈະຕຸລັດຄີມ ອິລ ຊຸງໃນນະຄອນຫຼວງພຽງຢາງ  ສ.ເກົາຫຼີເໜືອໃນວັນທີ 23 ກັນຍາ ທີ່ຜ່ານມາ.






ໃນການໂຮມຊຸມນຸມ ທ່ານ ຄີມ ຊູ-ກິລ ສະມາຊິກສໍາຮອງຂອງສໍານັກງານຫານເມືອງ ຄະນະກໍາມະການກາງຂອງພັກແຮງງານເກົາຫຼີເໜືອ ໄດ້ອ່ານຖະແຫຼງຂອງຜູ້ນໍາເກົາຫຼີເໜືອ ທ່ານ ຄີມ ຈອງ-ອືມ ໂດຍເຕືອນ ສ. ອາເມຣິກາວ່າຈະປະເຊີນກັບມາດຕະການໂຕຕອບຢ່າງໜັກຈາກເກົາຫຼີເໜືອແບບບໍ່ເຄີຍປະກົດມີມາກ່ອນ.  


 ໃນກອງປະຊຸມສະມັດຊາໃຫຍ່ປະຈຳປີຂອງອົງການສະຫະປະຊາຊາດ (UNGA) ທີ່ນິວຢອກວ່າ ສ.ອາເມຣິກາ ປະທານາທິບໍດີ ໂດໂນ ທຣັມ ຂູ່ເກົາຫຼີເໜືອວ່າ:  ສ.ອາເມຣິກາພ້ອມທີ່ຈະໂຈມຕີເກົາຫຼີເໜືອໃຫ້ຮາບກ້ຽງ ແລະ ມີທາງເລືອກຫຼາຍທາງທີ່ຈະຕໍ່ຕ້ານການໂຈມຕີຂອງເກົາຫຼີເໜືອທຸກຮູບແບບ ເຊິ່ງຫຼ້າສຸດທາງກອງທັບຂອງ ສ.ອາເມຣິກາ ກໍສົ່ງເຮືອບິນຖີ້ມລະເບີດ F-15C ເຂົ້າໄປຊ້ອມບິນໃກ້ເກົາຫຼີເໜືອທີ່ສຸດໃນຮອບຫຼາຍປີໃນສັດຕະວັດທີ່ 21 ພາຍຫຼັງທີ່ສົງຄາມເກົາຫຼີໃຕ້ ແລະ ເກົາຫຼີເໜືອສີ້ນສຸດລົງ ແລະ ມີການລົງນາມຢຸດຍິງຕັ້ງແຕ່ນັ້ນມາ.





ທ່ານ ຣີ ຢອງໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ

ການເຄື່ອນໄຫວຫຼ້າສຸດຂອງ ເກົາຫຼີເໜືອເກີດຂື້ນເມື່ອ ທ່ານ ຣີ ຢອງໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອໃຫ້ສຳພາດກັບສື່ມວນຊົນເມື່ອວັນຈັນທີ່ຜ່ານມາ (25 ກັນຍາ) ຢູ່ນິວຢອກວ່າ:  “ປະຊາຄົມໂລກຕ້ອງເຂົ້າໃຈວ່າ ສ. ອາເມຣິກາ ປະກາດສົງຄາມກັບປະເທດຂອງພວກເຮົາກ່ອນ ໃນເມື່ອ ສ.ອາເມຣິກາ ປະກາດສົງຄາມກັບພວກເຮົາແລ້ວ ພວກເຮົາກໍ່ມີສິດທີ່ຈະຕອບໂຕ້ ລວມທັງມີສິດໃນການທີ່ຈະຍິງຍົນຖິ້ມລະເບີດຍຸດທະສາດຂອງ ສ.ອາເມຣິກາ ທີ່ບິນເຂົ້າມາໃກ້ ເຖິງຈະບໍ່ຢູ່ໃນນ່ານຟ້າຂອງພວກເຮົາກໍ່ຕາມ”.

ທີ່ມາ: AP /VDO : Time
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.