ຜູ້ນໍາຈີນ ແລະ ຜູ້ນໍາຣັດເຊຍເຫັນດີໃນການຂະຫຍາຍການຮ່ວມມືໃນກຸ່ມ BRICS ແລະ ຮັບມືກັບເກົາຫຼີເໜືອດ້ວຍວິທີທີ່ເໜາະສົມ
ສໍານັກຂ່າວຕ່າງປະເທດລາຍງານວ່າ : ຈີນ ແລະ ຣັດເຊຍເຫັນດີເປັນເອກກະພາບກັນໃນການສ້າງສາຍພົວພັນການຮ່ວມມືລະຫວ່າງ 2 ຊາດໃນທຸກດ້ານ ຮ່ວມທັງການຮ່ວມມືໃນກຸ່ມບຣິກສ໌ (BRICS) ແລະ ການຮັບມືກັບເກົາຫຼີເໜືອຢ່າງເໜາະສົມ.
ປະທານາທິບໍດີ ວາລະວາດີເມຍ ປູຕິນ ເດີນທາງມາເຂົ້າຮ່ວມກອງປະຊຸດສຸດຍອດຜູ້ນໍາ ບຣິກສ໌ ຄັ້ງທີ 9 ທີ່ ສປ ຈີນ ເຊິ່ງທ່ານ ວາລະວາດີເມຍ ປູຕິນ ກໍໄດ້ເຂົ້າປຶກສາຫາລືກັບຜູ້ຍນໍາຈີນ ປະທານາທິບໍດີ ທ່ານ ຊີ ຈີ້ນຜີງ ທັງສອງຜູ້ນໍາໄດ້ເອກະພາບໃນການສ້າງສາຍສໍາພັນ ແລະ ການຮ່ວມມືໃຫ້ເຂັ້ມແຂງກວ່າເກົ່າ ພ້ອມກັບເນັ້ນໜັກເຖິງການຮ່ວມມືບົນພື້ນຖານຜົນປະໂຫຍດໃນກຸ່ມບຣິກສ໌ ຈາກຄວາມຄາດຫວັງຂອງປະຊາຄົມໂລກ ໂດຍສະເພາະຕະຫຼາດເກີດໃໝ່ ແລະ ປະເທດກໍາລັງພັດທະນາ ເພື່ອໃຫ້ກຸ່ມບຣິກສ໌ສາມາດຂະຫຍາຍບົດບາດໃນບັນດາປະເທດເຫຼົ່ານັ້ນຫຼາຍຂື້ນ . ນອກນັ້ນ, ຜູ້ນໍາທັງສອງຍັງເຫັນດີໃນຕິດຕາມການປົດອາວຸດນິວເຄຼຍ ໃນແຫຼມເກົາຫຼີ ແລະ ຈະພ້ອມກັນຮັບມືກັບເກົາຫຼີເໜືອດ້ວຍວິທີທີ່ເໜາະສົມຢ່າງໃກ້ຊິດ.
ທີ່ມາ: AFP
© ໂຕະນໍ້າຊາ | tonamcha.com n
___________
Post a Comment