Header Ads

ຊໍາຊຸງເປີດໂຕ Samsung Galaxy Note 8 ທີ່ມາພ້ອມກັບມິຕິໃໝ່ແຫ່ງສະມາດໂຟນລຸ້ນເຮືອທຸງຂອງຊີລິໂນ້ດ


ໃນຕອນເຊົ້າ ວັນທີ 1 ກັນຍາ 2017 ຢູ່ທີ່ໂຮງແຮມ ລາວພລາຊາ ຊໍາຊຸງໄດ້ຈັດງານເປີດໂຕ "Samsung Galaxy Note8 ມິຕິໃໝ່ແຫ່ງສະມາດໂຟນລຸ້ນເຮືອທຸງໃນຊີລິໂນ້ດທີ່ພ້ອມກັບຫຼາຍຟີເຈີຕອບຊີວິດຍຸກໄໝ່ ໂດຍມີແຂກທີ່ຖືກເຊື້ອເຊີນ, Brand Embassador   ແລະ ສື່ມວນຊົນເຂົ້າຮ່ວມ. ສໍາລັບພິທີຖະແຫຼງເປິດໂຕຂ່າວ Samsung Galaxy Note 8 ໄດ້ຮັບກຽດກ່າວເປີດງານໂດຍ ທ່ານ ຊຶງໂຮ ຊອຍ, ຜູ້ຈັດການໃຫຍ່ ປະຈຳລາວ-ກຳປູເຈຍ ບໍລິສັດ ໄທຊຳຊຸງ ເອເລັກໂທນິກ ຈຳກັດ (Mr. Seungho Choi, Managing Director of Lao-Cambodia Branch of Thai Samsung Electronics Co., Ltd)   ພ້ອມກັບນໍາສະເໜີຄວາມເປັນມາຂອງຊໍາຊຸງຊີລິໂນ້ດນັບແຕ່ເປີດໂຕຄັ້ງທໍາອິດຂອງໂລກ.




ພາຍໃນງານຍັງມີການນໍາສະເໜີ Galaxy Note 8 ໃນຮູບ VDR ພ້ອມແນະນໍາສະເປັກ ແລະ ຟີເຈີທີ່ໂດດເດັ່ນ ໂດຍທ່ານ ນາງ ຈິນດາວອນ ບຸນນະລາດ ການຕະຫຼາດຜະລິດຕະພັນມືຖື (Ms. Chindavone Bounnalath Product Marketing of Lao Samsung Electronics Co.,LTD) ພ້ອມກັບເປີດໂຕລາຄາ Samsung Galaxy Note 8 ໃນ ສປປ ລາວດ້ວຍລາຄາທີ່ 7,590,000 ກີບ ເລີ່ມເປີດຈອງແຕ່ 4-22 ກັນຍາ 2017 ຮັບສິດທິພິເສດຂອງແຖມ Wireless Charger , U-Flex  ແລະ ຮັບເຄື່ອງກ່ອນມື້ວາງຂາຍຢ່າງເປັນທາງການ.







ສໍາລັບ Samsung Galaxy Note 8 ສະມາດໂຟນລຸ້ນເຮືອທຸງຊີລິໂນ້ດກັບມາໃໝ່ພາຍໃຕ້ແນວຄວາມຄິດ "ເຮັດໃຫ້ໃຫຍ່ກວ່າໃຈຄິດ" ໂດຍສະແດງໃຫ້ເຫັນເຖິງນະວັດຕະກຳທີ່ໂດດເດັ່ນທີ່ມີການຍົກລະດັບ S pen ໃຫ້ມີຄວາມສະຫຼາດລໍ້າຍິ່ງຂຶ້ນ, ມີຄວາມສາມາດຫຼາຍຂື້ນ ແລະ ມາພ້ອມກັບກ້ອງສອງເລນ Dual camera ແລະ ການອອກແບບທັນສະໄໝກັບໜ້າຈໍໄຮ້ຂອບ Infinity Display ທີ່ສາມາດຕອບໂຈດທຸກການໃຊ້ຊີວິດ.



© ໂຕະນໍ້າຊາ | tonamcha.com    
___________




Powered by Blogger.