Header Ads

ກົມພາສີ ຈະເລັ່ງເກັບລາຍຮັບໃຫ້ໄດ້ຕາມແຜນການ ມາ​ຮອດ​ປັດ​ຈຸບັນ​ສາມາດ​ປະຕິບັດ​ໄດ້ 4.300 ກວ່າ​ຕື້​ກີບ (ແຜນການ​ປີ​ແມ່ນ 6.600 ກວ່າ​ຕື້​ກີບ)



ກົມ​ພາສີ ກະຊວງ​ການ​ເງິນ ຈະ​ເລັ່ງ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ແຜນການ ເຊິ່ງ​ມາ​ຮອດ​ປັດ​ຈຸບັນ​ສາມາດ​ປະຕິບັດ​ໄດ້ 4.300 ກວ່າ​ຕື້​ກີບ (ແຜນການ​ປີ​ແມ່ນ 6.600 ກວ່າ​ຕື້​ກີບ) ຂະນະ​ທີ່​ລາຍ​ຮັບ​ອັນ​ດັບ​ຕົ້ນຕໍ​ແມ່ນ​ມາ​ຈາກ​ນໍ້າມັນ​ເຊື້ອ​ໄຟ ກວມ​ເອົາ 3% ຮອງ​ລົງ​ມາ​ແມ່ນ​ພາຫະນະ​ກວມ 20% ແລະ ອື່ນໆ.



ທ່ານ ບຸນ​ປະເສີດ ສີ​ກຸນ​ລະ​ວົງ ຮັກສາ​ການ​ຫົວໜ້າ​ກົມ​ພາສີ ກະຊວງ​ການ​ເງິນ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ມາ​ຮອດ​ປັດຈຸບັນ ​ຂະແໜງ​ພາສີ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ການ​ເກັບ​ລາຍ​ຮັບ ​ມີ​ລັກສະ​ນະ​ທ່ວງ​ທ່າ​ຕັ້ງໜ້າ​ຂຶ້ນ ເຊິ່ງ​ກວມ​ເອົາ 65% ຂອງ​ແຜນການ​ປີ ແລະ ຄາດ​ວ່າ​ສົກ​ປີ​ນີ້ ຈະ​ພະຍາຍາມ​ສູ້ຊົນ​ເພື່ອ​ໃຫ້​ສາມາດ​ຈັດ​ຕັ້ງ​ປະຕິບັດ​ ໃຫ້​ໄດ້​ຕາມ​ແຜນການ​ທີ່​ທາງ​ສະພາ​ແຫ່ງ​ຊາດ ກໍ່​ຄືລັດຖະບານໄດ້​ມອບ​ໝາຍ​ໃຫ້ ສະນັ້ນ ອັນ​ທີ່​ເປັນ​ຫ່ວງ​ແຮງ​ອັນ​ໜຶ່ງ​ໃຫ້​ຂະແໜງ​ພາສີ​ ຈະ​ຕ້ອງ​ໄດ້​ສຸມ​ໃສ່​ມາດ​ຕະ​ການຈັດຕັ້ງປະຕິບັດ​ຄື: ການ​ຈັດ​ເກັບ​ລາຍ​ຮັບ ໂດຍ​ສະເພາະແມ່ນ​ການ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ບັນດາ​ສິນຄ້າ​ຕ່າງໆ ​ທີ່​ຜ່ານ​ດ່ານເພີ່ມ​ທະວີ​ຄວມ​ເຂັ້ມ​ງວດ ພ້ອມ​ດຽວ​ກັນ​ກໍ່​ຕ້ອງ​ເອົາໃຈໃສ່​ຂອດ​ການ​ບໍລິການ ການນຳ​ເຂົ້າສົ່ງ​ອອກ​ສິນຄ້າ​ຕ່າງໆ ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ກົດໝາຍຮັບປະກັນ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ສະດວກ ແລະ ວ່ອງໄວ.



ທ່ານ ບຸນ​ປະເສີດ ສີ​ກຸນ​ລະ​ວົງ ກ່າວ​ຕື່ມ​ວ່າ: ໂດຍ​ຕິດ​ພັນ​ກັບ​ວຽກ​ງານ​ດັ່ງກ່າວ ກົມ​ພາສີ ກໍ່​ຄືຂະແໜງການ​ກ່ຽວຂ້ອງ​ກໍ່​ໄດ້​ເອົາໃຈໃສ່ ​ວຽກ​ງານ​ຫັນ​ພາສີ​ເປັນ​ທັນ​ສະໄໝ ເຊິ່ງ​ກໍ່​ມີ​ຫຼາຍ​ໂຄງການ​ທີ່​ໄດ້​ມີ​ການ​ດຳເນີນ ແລະ ປະສົບ​ຜົນສຳເລັດ ໂດຍ​ສະເພາະແມ່ນ​ການ​ນຳ​ໃຊ້​ລະບົບ​ແຈ້ງ​ພາສີ​ແບບ​ເອ​ເລັກ​ໂຕຣ​ນິກ ຫຼື ເອີ້ນ​ວ່າ​ລະບົບ Asycuda ເຊິ່ງ​ປັດຈຸບັນ​ໄດ້​ມີ​ການ​ຕິດ​ຕັ້ງ​ຢູ່ 24 ດ່ານ​ໃນ​ທົ່ວ​ປະເທດ ບັນດາ​ບໍລິສັດ​ທີ່​ດຳ​ເນີນ​​ການ​ນຳ​ເຂົ້າ-ສົ່ງ​ອອກ ໄດ້​ມີ​ການ​ຕິດ​ຕັ້ງ​ລະບົບ​ສາຍ​ແສງ​ໃນ 8 ດ່ານ​ທົ່ວ​ປະເທດ.



ພ້ອມ​ນີ້ ຍັງ​ໄດ້​ນຳ​ໃຊ້ລະບົບ​ຈັດ​ເກັບ​ຄ້າ​ພາສີ-ອາກອນ ຜ່ານ​ລະບົບ​ສະມາດ​ແທກ (Smart TAX) ເຊິ່ງ​ບັນດາ​ລະບົບ​ດັ່ງກ່າວ​ ກໍ່ເປັນ​ທ່າແຮງ​ອັນ​ໜຶ່ງ​ເຮັດ​ໃຫ້ການ​ສ້າງ​ຄວາມ​ສະດວກ ສ້າງ​ຄວາມ​ໂປ່ງ​ໃສ​ໃນ​ການ​ແຈ້ງ​ພາສີ​ໃຫ້​ມີ​ຄວາມ​ສະດວກ​ວ່ອງໄວ​ຂຶ້ນ ທັງ​ເປັນ​ການ​ຍົກ​ສູງ​ບົດບາດ​ໃນ​ການເຄື່ອນໄຫວ ​ໜ້າທີ່​ຂອງ​ເຈົ້າ​ໜ້າທີ່​ພາສີ​ໃນ​ຂອບ​ເຂດທົ່ວ​ປະເທດ​ ໄດ້​ຢ່າງ​ມີ​ປະ​ສິດທິ​ຜົນ​ສູງ​ຂຶ້ນ ​ໃຫ້​ທຽບ​ເທົ່າ​ກັບ​ສາກົນ.





ທີ່ມາ: ໜັງສືພິມວຽງຈັນໃຫມ່
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.