Header Ads

ພິທີເປີດກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5



ພິທີເປີດກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2017 ທີ່ໂຮງແຮມຫຼວງພະບາງວິວ, ເມືອງ ແລະ ແຂວງຫຼວງພະບາງ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານເລຂາທິການໃຫຍ່ອາຊຽນ, ບັນດາທ່ານລັດຖະມົນຕີ ຮັບຜິດ ຊອບວຽກງານຄຸ້ມຄອງໄພພິບັດອາຊຽນ, ທ່ານເຈົ້າແຂວງຫຼວງພະບາງ, ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.



ໃນໂອກາດຂຶ້ນກ່າວເປີດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນກ່າວຕ້ອນຮັບ ແລະ ຊົມເຊີຍຕໍ່ຜູ້ແທນກອງປະຊຸມ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ ພ້ອມທັງ ຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດອາຊຽນວ່າ: ການຮ່ວມມືໃນວຽກງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນອາຊຽນ ໃນໄລຍະຜ່ານມາ ແມ່ນມີປະສິດຕິພາບ ແລະ ສາມາດບັນລຸຜົນສຳເລັດຫຼາຍດ້ານຢ່າງໜ້າເພີ່ງພໍໃຈ. ຜົນສຳເລັດດັ່ງກ່າວ ກໍ່ເນື່ອງຈາກວ່າພວກເຮົາມີກົນໄກການຮ່ວມມືເປັນລະບົບຄົບຊຸດ, ກົມກຽວ ແລະ ແໜ້ນໜາ ນັບຕັ້ງແຕ່ກອງປະຊຸມໜ່ວຍງານວິຊາການຈົນເຖີງ ກອງປະຊຸມລະດັບລັດຖະມົນຕີໄພພິບັດອາຊຽນ, ພວກເຮົາມີຫຼາຍນີຕິກຳ ທີ່ສາມາດເປັນບ່ອນອີ່ງໃນການຮ່ວມມື ແລະ ດຳເນີນວຽກງານຂອງຕົນໄດ້ ເຊັ່ນ: ວິໄສທັດອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ 2025, ແຜນງານສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2016-2020 ແລະ ຖະແຫຼງການອາຊຽນ ວ່າດ້ວຍຮ່ວມມືກັນເປັນໜຶ່ງດຽວ ໃນການຕອບໂຕ້ໄພພິບັດ, ຊຶ່ງຖືກຮັບຮອງເອົາໂດຍບັນດາຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ທີ່ ສປປ ລາວ ແລະ ພວກເຮົາມີສູນປະສານງານອາຊຽນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳ ເປັນສູນກາງຊ່ວຍເຫຼືອດ້ານການຮ່ວມມື ແລະ ປະສານງານຂອງບັນດາປະເທດສະມາຊິກອາຊຽນໃນການຊ່ວຍເຫຼືອໄພພິບັດ ແລະ ຕອບໂຕ້ສຸກເສີນ ແລະ ປະສານງານຮ່ວມກັບຝ່າຍຕ່າງໆ ເປັນຕົ້ນ ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ກ່ຽວກັບ ການຊ່ວຍເຫຼືອດ້ານມະນຸດສະທຳ.




ສໍາລັບລັດຖະບານລາວ ແມ່ນໄດ້ຖືເອົາວຽກງານການຄຸ້ມຄອງໄພພິບັດ ເປັນວຽກງານບູລິມະສິດໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດການສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງ ທີ່ມີຄວາມກົມກຽວກັນ ລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ເພີ່ມທະວີການກຽມພ້ອມຮັບມືກັບໄພພິບັດທໍາມະຊາດ; ການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານສະຫວັດດີການສັງຄົມ 2020, ຊຶ່ງໄດ້ກວມເອົາແຜນງານການຕອບໂຕ້ໄພພິບັດ, ການຊ່ວຍເຫຼືອສຸກເສີນ ແລະ ຟື້ນຟູຫຼັງໄພພິບັດເພື່ອເປັນການຈັດຕັ້ງຜັນຂະຫຍາຍສັນຍາ ແລະ ຂໍ້ຕົກລົງຂອງພາກພື້ນ ແລະ ສາກົນ.



​ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນລະຫວ່າງວັນທີ 17-19 ຕຸລາ 2017 ໂດຍປະກອບມີກອງປະຊຸມປິ່ນອ້ອມ ແລະ ຈັດກິດຈະກຳຕ່າງ ເປັນຕົ້ນ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 31; ກອງປະຊຸມຄະນະບໍລິຫານສູນປະສານງານອາຊຽນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳ ຄັ້ງທີ 7; ກອງປະຊຸມຮ່ວມຄະນະສະເພາະກິດ ເພື່ອສົ່ງເສີມການເຮັດວຽກຮ່ວມກັນກັບຂະແໜງການອື່ນໆ ຄັ້ງທີ 8; ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5; ກອງປະຊຸມພາຄີ ຕໍ່ສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ ຄັ້ງທີ 6; ການສະເຫຼີມສະຫຼອງ ວັນຄຸ້ມຄອງໄພພິບັດອາຊຽນ ໂດຍການຈັດວາງສະແດງຮູບພາບ, ປ່ອຍປາ ແລະ ອື່ນໆ.



ທີ່ມາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.