ປະມວນພາບ ຊົງຈຸງກິ ແລະ ຊົງເຮຄຽວ ເຂົ້າພິທີແຕ່ງງານໃນມື້ນີ້ 31/10/2017
ຂ່າວບັນເທິທີ່ເປັນກະແສຕອນນີ້ ໜີບໍ່ພົ້ນກ່າວ ຊົງຈຸງກິ ແລະ ຊົງເຮຄຽວ ທີ່ພາກັນຈູງມືເຂົ້າວິວາຢ່າງເປັນທາງການແລ້ວໃນມຶ້ນີ້ 31/10/2017 ເຊິ່ງຂໍ້ມູນວົງໃນບອກວ່າແຂກທີ່ຖືກເຊື້ອເຊີນນັ້ນມີພຽງ 250 ຄົນ ໂດຍແຂກຝ່າຍເຈົ້າບ່າວ 130 ຄົນ ແລະ ຝ່າຍເຈົ້າສາວ120 ຄົນ ໂດຍພາຍໃນງານມີ ພັກໂບກອມ (Park Bo Gum) ມາບັນເລັງເປຍໂນແທນຄໍາອວຍພອນ, ວາງຊູ ແລະ ຍູອາອິນ (Yoo Ah In) ເພື່ອນສະນິດອ່ານຈົດໜາຍ ແລະ ອົກຈູຢອນ (Ock Joo Hyun ) ເພື່ອນສະນິດຂອງ ຊົງເຮຄຽວມາຮ້ອງເພງໃຫ້ຟັງ ພິເສດ ແມ່ນແຂກຮັບເຊີນ ເຊີນ (Chen EXO) ທີ່ໃຊ້ເພງ Every time ມາບັນເລັງສຽງເບົາໃຫ້ໄດ້ລົມບັນຍາກາດຄວາມຮັກທີ່ແສນຈະ Romantic ໃນແບບສະບັບເກົາຫຼີ.
ສໍາລັບສະຖານທີ່ແຕ່ງງານຂອງ ຊົງຈຸງກິ ແລະ ຊົງເຮຄຽວ ແມ່ນຈັດຂື້ນທີ່ໂຮງແຮມ Shilla Hotel ທີ່ເນັ້ນຄວາມລຽບງ່າຍ, ອົບອຸ່ນ ແລະ ຫຼູຫຼາໃນແບບຄົນດັງແຕ່ງງານ.
© ໂຕະນໍ້າຊາ | tonamcha.com
Post a Comment