Header Ads

ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນຂົງຈືຫຼັງໃໝ່ ທີ່ຄົບວົງຈອນແຫ່ງທໍາອິດ ຢູ່ ສປປ ລາວ



ອີງຕາມການລາຍງານຂ່າວຂອງ CRI-F93 ວ່າ: ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ ທີ່ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ກັນຍາ 2017, ທີ່ມະຫາວິທະຍາໄລແຫ່ງຊາດ ຈັດໂດຍສະຖາບັນຂົງຈື ໂດຍເປັນກຽດຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງ ເຫວີນທ່ຽງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.



ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາກ່າວວ່າ: ໂຄງການດັ່ງກ່າວຖ້າສ້າງສໍາເລັດຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ການຮຽນ, ການສອນ ຂອງມະຫາວິທະຍາໄລແຫ່ງຊາດລາວ ກໍຄືທົ່ວສັງຄົມລາວ ແລະ ທ່ານຍັງໄດ້ຕີລາຄາສູງຕໍ່ລັດຖະບານຈີນ ໂດຍສະເພາະສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ທີ່ມີຄວາມມຸ້ງໝັ້ນສະເໝີຕົ້ນສະເໝີປາຍ ແລະ ຍັງຈະໄດ້ສືບຕໍ່ຢ່າງແຂງແຮງ ເພື່ອເຮັດໃຫ້ໂຄງການດັ່ງກ່າວສໍາເລັດຕາມແຜນການ ແລະ ສາມາດເປີດນຳໃຊ້ໄດ້ໂດຍໄວ ຕາມຄວາມມຸ້ງມາດປາດຖະໜາຂອງສອງລັດຖະບານລາວ-ຈີນ.


ຫຼັງຈາກນັ້ນ, ທ່ານ ຫວາງ ເຫວີນທ່ຽນ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ກ່າວວ່າ: ມະຫາວິທະຍາໄລແຫ່ງຊາດລາວເປັນໂຮງຮຽນລະດັບສູງຂອງ ສປປ ລາວ ເຊິ່ງໄດ້ເຕົ້າໂຮມບັນດາຄູ-ອາຈານ ແລະ ນັກສຶກສາທີ່ດີເດັ່ນກ່າວໝູ່. ຫວັງວ່າ, ຜ່ານຄວາມພະຍາຍາມຂອງສອງຝ່າຍຈະສ້າງສະຖາບັນຂົງຈືເປັນໂຄງການແບບຢ່າງໃນການຊຸກຍູ້ ການແລກປ່ຽນວັດທະນະທໍາຈີນກັບລາວ. ໂຄງການດັ່ງກ່າວຖ້າສ້າງສໍາເລັດຈະສາມາດຍົກລະດັບການສິດສອນຂອງສະຖາບັນຂົງຈືຢູ່ມະຫາວິທະຍາໄລແຫ່ງຊາດລາວໃຫ້ດີຂຶ້ນກວ່າເກົ່າ ແລະ ຈະເຮັດໃຫ້ນັກສຶກສາລາວ ໄດ້ຮຽນພາສາ ເຂົ້າໃຈວັດທະນະທໍາຂອງ ແລະ ຮຽນເຕັກນິກຂອງສປ ຈີນຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ໄດ້ກາຍເປັນຜູ້ຄົ້ນຄວ້າການຮ່ວມມືຍຸດທະສາດຢ່າງຮອບດ້ານຂອງສອງຝ່າຍລາວ-ຈີນ. ລັດຖະບານ ສປ ຈີນ ຈະອີງຕາມຄວາມສາມາດຂອງຕົນເອງເພື່ອຊ່ວຍເຫຼືອໂຄງການຕ່າງໆຂອງ ສປ ລາວ ເພື່ອປະກອບສ່ວນເຂົ້າໃນເສດຖະກິດຂອງລາວຢ່າງຕັ້ງໜ້າ.



ໂຄງການກໍ່ສ້າງດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນແຕ່ວັນທີ 1 ເດືອນກັນຍາ 2017 ໂດຍບໍລິສັດວິສະວະກໍາກໍ່ສ້າງ ແຂວງຈຽງຊູ ຈໍາກັດ, ເພາະເນື້ອທີ່ທັງໝົດຂອງ ມຊ ມອບໃຫ້ສະຖາບັນແມ່ນ15600ຕ້າແມັດແຕ່ເນື້ອທີ່ການກໍ່ສ້າງແມ່ນ6390,67ຕາແມັດ, ເຊິ່ງປະກອບມີອາຄານຮຽນ 2 ຫຼັງ, ອາຄານຫ້ອງການ, ຫ້ອງສະໂມສອນ ແລະ ຫໍພັກຄູ-ອາຈານ ແລະ ຈະສ້າງໃຫ້ສໍາເລັດໃນເດືອນ ພຶດສະພາ 2019. ຖ້າໂຄງການດັ່ງກ່າວສໍາເລັດຈະສາມາດຮອງຮັບນັກສຶກສາໄດ້ 5.000 ກວ່າຄົນ.

ທີ່ມາ CRI-F93 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.