Header Ads

ນາຍົກລັດຖະມົນຕີ ຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການ



ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນ ຂອງທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີແຫ່ງ . ອິນໂດເນເຊຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ຄະນະ ໄດ້ເດີນທາງໄປຢ້ຽມຢາມ . ອິນໂດເນເຊຍ ຢ່າງເປັນທາງການ ນັບແຕ່ວັນທີ 11 ຫາ 12 ຕຸລາ 2017. ການຢ້ຽມຢາມ . ອິນໂດເນເຊຍ ຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ນັບແຕ່ໄດ້ດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຊິ່ງເປັນການຢ້ຽມຢາມ ທີ່ສອງປະເທດ ກຳລັງພ້ອມກັນດຳເນີນ ການສະເຫຼີມສະຫຼອງ ປີວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ. ເຊິ່ງເປັນການປະ ກອບສ່ວນສຳຄັນ ແລະ ເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.



ພິທີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບ ປະທານາທິບໍດີ ໂບໂກ (Bogor) ທີ່ນະຄອນຫຼວງ ຈາກາຕາ, ຫຼັງຈາກນັ້ນ ທັງສອງຝ່າຍ ໄດ້ເຂົ້າ ຮ່ວມພິທີພົບປະ ຢ່າງເປັນທາງການ ເຊິ່ງຕ່າງຝ່າຍຕ່າງກໍ່ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ການຮ່ວມມື, ການສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນລະດັບ ພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ, ທັງສອງຝ່າຍ ຍັງໄດ້ສືບຕໍ່ແລກປ່ຽນຄະນະຜູ້ແທນ ໃນທຸກລະດັບ ໄປຢ້ຽມຢາມເຊິ່ງກັນ ແລະ ກັນ. ນອກຈາກ ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາ ວ່າດ້ວຍການບໍລິການທາງອາກາດ ທີ່ໄດ້ເຊັນກັນແລ້ວນັ້ນໃຫ້ຖືກຈັດຕັ້ງເປັນຮູບປະທຳ ຢ່າງມີປະສິດທິຜົນຫຼາຍຂຶ້ນ, ທັງສອງຝ່າຍ ຍັງເຫັນດີໃນການຮ່ວມມື ໃນຂົງເຂດເສດຖະ ກິດ-ການຄ້າ ການລົງທຶນ, ການສຶກສາ-ວັດທະນະທຳ, ສາທາລະນະສຸກ, ໂທລະຄົມມະນາຄົມ ແລະ ການສື່ສານ, ກິລາ, ທ່ອງທ່ຽວ ແລະ ຂະແໜງການອື່ນໆ ຕື່ມອີກ.



ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະ ສົມກຽດ; ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ອິນໂດເນເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ ສ້າງຊັບພະຍາກອນມະນຸດ, ສະໜັບສະໜູນ ສປປ ລາວ ເປັນປະທານອາຊຽນ ໃນປີ 2016 ຈົນໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ໃນໂອກາດດຽວກັນ ທ່ານ ປະທາ ນາທິບໍດີ ໂຈໂກ ວີໂດໂດ (Joko Widodo), ໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນການຢ້ຽມຢາມຄັ້ງນີ້ ແລະ ຂອບໃຈ ຕໍ່ລັດຖະບານ ສປປ ລາວ ທີ່ໃຫ້ການ ສະໜັບສະໜູນ ສາທາລະນະລັດ ອິນໂດເນເຊຍ ໃນການສະໝັກເລືອກຕັ້ງ ເປັນສະມາຊິກສະພາບໍລິຫານ ອົງການ ຍູເນັດສໂກ (UNESCO), ແລະ ສະມາຊິກ ອົງການຈັດຕັ້ງສາກົນຕ່າງໆ ໂດຍສະເພາະ ໃນຂອບອົງການສະຫະປະຊາຊາດ ໃນໄລຍະຜ່ານມາ. ຫຼັງຈາກພົບປະກັນ ຢ່າງເປັນທາງການແລ້ວ ທ່ານ ປະທານາທິບໍດີ ໂຈໂກ ວີໂດໂດ (Joko Widodo), ຮ່ວມກັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບ ຄື

ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນສູງ
ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນພື້ນຖານ
ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຄວບຄຸມຢາເສດຕິດ, ວັດຖຸອອກລິດ ຕໍ່ເສັ້ນປະສາດ ແລະ ສານເຄມີ ທີ່ໃຊ້ໃນການຜະລິດຢາເສບຕິດ;
ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານສະພາການຄ້າ ແລະ ອຸດສາຫະກໍາ.

ພາຍຫຼັງສຳເລັດການເຂົ້າຮ່ວມ ເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈແລ້ວ ຜູ້ນຳທັງສອງປະເທດ ຍັງໄດ້ຮ່ວມກັນຖະແຫຼງຂ່າວ ກ່ຽວກັບ ຜົນຂອງການພົບປະສອງຝ່າຍ ໃຫ້ສື່ມວນຊົນ ທີ່ມີຄວາມສົນໃຈຮັບຊາບຕື່ມອີກ ແລະ ຖືໂອກາດດັ່ງກ່າວ ໄດ້ເຊື້ອເຊີນ ທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີແຫ່ງ . ອິນໂດເນເຊຍ ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

ໃນໂອກາດຢຽ້ມຢາມ . ອິນໂດເນເຊຍ ຢ່າງເປັນທາງການຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມະລາ ຢູ່ທີ່ ອະນຸສາວະລີ ນັກຮົບແຫ່ງຊາດ, ເຂົ້າຮ່ວມພິທີເປີດກອງປະຊຸມ ພາກທຸລະກິດ ລະຫວ່າງ ລາວ ແລະ ອິນໂດເນເຊຍ; ຢ້ຽມຊົມງານວາງສະແດງສິນຄ້າ ຂອງອິນໂດເນເຊຍ ຕື່ມອີກ.


ແຫລ່ງ: ກົມປະຊາສຳພັນ, ຫສນຍ
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.