Header Ads

ໂຮງໝໍມະໂຫສົດຊີ້ແຈງບັນຫາທີ່ວ່າແພດໝໍບໍ່ໃສ່ໃຈຄົນເຈັບ!



ເມື່ອອາທິດກ່ອນນີ້ການບໍລິການ ຂອງແພດໝໍຢູ່ໂຮງໝໍມະໂຫສົດໄດ້ເກີດມີກະແສວິພາກວິຈານຢ່າງໜັກໃນສື່ສັງຄົມອອນລາຍ ພາຍຫຼັງທີ່ຍາດຜູ້ປ່ວຍລາຍໜຶ່ງໄດ້ລົງເຜີຍແຜ່ໃນເຟສບຸກສ່ວນຕົວທີ່ເນັ້ນເຖິງຄວາມບໍ່ເອົາໃຈໃສ່ຕໍ່ໜ້າທີ່ເບີ່ງແຍງຄົນເຈັບຂອງພະນັກງານພາຍໃນໂຮງໝໍດັ່ງກ່າວ ໂດຍບອກວ່າຄົນເຈັບຈົນຈະຕາຍໝໍກໍບໍ່ມາເບີ່ງມາກວດ ໄປຮ້ອງແພດ 2-3 ຄັ້ງຈຶ່ງມາ ແລະແຍ່ຍ່ຽວແລ້ວບອກວ່າກັບບ້ານໄດ້ໂດຍບໍ່ຮູ້ຕົ້ນປາຍສາຍເຫດວ່າເປັນຫຍັງ ບຸນຊ່ວງເຮືອທ່າວັດຈັນແລ້ວຈຶ່ງມາໃໝ່ ອັນເປັນ ເຫດເຮັດໃຫ້ຍາດຂອງຜູ້ກ່ຽວເຖິງແກ່ຄວາມຕາຍໃນຕໍ່ມາ.

ແນວໃດກໍດີ ຕໍ່ກັບຫາງສຽງວິພາກວິ ຈານດັ່ງກ່າວນີ້ ທີມງານນັກຂ່າວ ກໍໄດ້ມີຄວາມພະຍາຍາມ ຕິດຕໍ່ພົວພົວຫາໂຮງໝໍມະຫາສົດເພື່ອສືບ ຮູ້ເນື້ອແທ້ຂອງຂ່າວວ່າມີເກີດຂຶ້ນແທ້ ຫຼື ປອມແນວໃດ ແລະກໍໄດ້ການຕອບຮັບ ຈາກທ່ານ ສຈ ດຣ ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະທ່ານ ດຣ ບົວສອນ ບຸນຕາ ຫົວໜ້າ ພະແນກສຸກເສີນຂອງໂຮງໝໍດຽວກັນ ຊຶ່ງ ທ່ານທັງສອງໄດ້ຊີ້ແຈງໃຫ້ຮູ້ເມື່ອທ້າຍ ອາທິດແລ້ວນີ້ຮູ້ວ່າ: ໂຮງໝໍມະໂຫສົດຖື ວ່າເປັນໂຮງໝໍໃຫຍ່ແຫ່ງໜຶ່ງທີ່ມີອາຍຸເກົ່າແກ່ທີ່ສຸດຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍເປີດໃຫ້ບໍລິການປະຊາຊົນບັນດາເຜົ່າດ້ານສາທາລະນະສຸກມາ ເປັນເວລາຫຼາຍກວ່າ 90 ປີແລ້ວ ສຳລັບເລື່ອງລາວຂອງສັງຄົມໃນປະຈຸບັນກຳ ລັງວິພາກວິຈານວ່າ: ແພດໝໍໂຮງໜໍມະໂຫສົດບໍ່ເອົາໃຈໃນດ້ານການປິນປົວຄົນເຈັບນັ້ນ ໂດຍສະເພາະເມື່ອບ່ໍດົນມານີ້ມີຜູ້ໃຊ້ເຟສບຸກລາຍໜຶ່ງລະບຸວ່າ ຄົນເຈັບຈົນຈະຕາຍໄປໂຮງໝໍມະໂຫສົົດໝໍບໍ່ມາເບີ່ງບໍ່ມາກວດໄປຮ້ອງ 2-3 ເທື່ອ ຈຶ່ງມາ ແລະແຍ່ທໍ່ຍ່ຽວລະບອກໃຫ້ກັບບ້ານໄດ້ໂດຍບໍ່ຮູ້ກົກປາຍສາຍເຫດວ່າເປັນຫຍັງ ລະບອກວ່າບຸນ ຊວ່ງເຮືອທ່າວັດຈັນແລ້ວຈຶ່ງມາໃໝ່ ນັ້ນແມ່ນບໍ່ມີມູນຄວາມເປັນຈິງຕາມບຸກຄົນດັ່ງກ່າວກ່າວອ້າງແຕ່ປະການໃດ.

ທັງນີ້ທ່ານທັງສອງກ່າວຢືນຢັນຄວາມຈິງມີຢູ່ວ່າ: ຄົນເຈັບໄດ້ເຂົ້າມາຮັບການປິນປົວໃນລະຫວ່າງວັນທີ 3 ຕຸລາ 2017 ນີ້ແມ່ນມີສອງຄົນທີ່ເຂົ້າຮັບການປິນປົວຈາກທ່ານໝໍຂອງພວກເຮົາວ່າຢ່ຽວບໍ່ອອກນັ້ນ ແຕ່ທ່ານໝໍກໍໄດ້ແຍ່ທໍ່ຢ່ຽວ ແລະໄດ້ກວດຢ່າງລະອຽດແລ້ວ ເຫັນວ່າ ອາການຂອງຜູ້ກ່ຽວບໍ່ໄດ້ຮ້າຍແຮງຈຶ່ງໃຫ້ຍາດຜູ້ປ່ວຍພາກັບບ້ານໄດ້ ແລະຕໍ່ມາ ຄືວັນທີ 6 ຕຸລາ 2017 ໄດ້ເຫັນໃນສື່ສັງ ຄົມອອນລາຍວ່າເສຍຊີວິດແລ້ວ ແຕ່ໄປເສຍຢູ່ໂຮງໝໍມິດຕະພາບ ສຳລັບເລື່ອງ ລາວຂອງຜູ້ຕາຍນັ້ນທາງໂຮງໝໍມະໂຫສົດຍັງຮູ້ບໍ່ກົົກປາຍສາຍເຫດວ່າຜູ້ກ່ຽວທີ່ຕາຍນັ້ນເປັນຄົນດຽວກັນກັບຄົນທີ່ມາ ປິນປົົວຢູ່ໂຮງໝໍມະໂຫສົດແທ້ ຫຼື ບໍ?

ຂະນະທີ່ຜ່ານມາທ່ານ ສຈ ດຣ ອຸ່ນຄຳ ພັນທະລີ ກ່າວວ່າ: ພະນັກງານພາຍ ໃນໂຮງໝໍແມ່ນໄດ້ຢຶດຖືຫຼັກການຄວາມ ເປັນແພດໝໍຢູ່ສະເໝີ ໂດຍປະຈຸບັນຢູ່ໂຮງໝໍແມ່ນມີຈຸດບໍລິການທາງດ້ານການ ກວດສຸຂະພາບໃຫ້ກັບປະຊາຊົນບັນດາ ເຜົ່າທົ່ວໆໄປທັງໝົດ 11 ຈຸດຕາມໂມງລັດຖະການສ່ວນສຸກເສີນແມ່ນເປີດຕະຫຼອດ 24 ຊົ່ວໂມງ ເພື່ອລໍໃຫ້ບໍລິການປະຊາຊົນ ທັງພາຍ ແລະຕ່າງປະເທດ ແຕ່ລະວັນຈະ ມີຄົນເຈັບເຂົ້າມາກວດສຸຂະພາບປະມານ 2 ຮ້ອຍກວ່າຄົນ ແລະສະເລ່ຍປີໜຶ່ງ ແມ່ນຈະມີຄົນເຈັບມານອນຢູ່ໂຮງໝໍປະມານ 28 ພັນຄົົນ ແຕ່ວ່າຕຽງນອນສຳລັບຄົນເຈັບຢູ່ໃນໂຮງໝໍທັງໝົດແມ່ນມີຢູ່ 450 ຕຽງ ສ່ວນທ່ານໝໍ ແລະແພດລວມກັນແລ້ວທັງໝົດແມ່ນມີປະມານ 5 ຮ້ອຍຄົົນ ດັ່ງນັ້ນ ຢາກໃຫ້ສັງຄົມເຂົ້າໃຈວ່າຖ້າສະເລ່ຍຄົນເຈັບກັບທ່ານໝໍ ແລະແພດແລ້ວແມ່ນບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການຂອງຄົມ ໃນນັ້ນແພດ ໝໍແມ່ນຈະຕ້ອງໄດ້ຜັດປ່ຽນກັນເວນຍາມ ແຕ່ລະວັນ.

ໃນຕໍ່ໜ້າກໍລະນີພະນັກງານແພດໝໍ ຄົນໃດຢູ່ໂຮງໝໍປະພຶດຕົນບໍ່ສຸພາບຮຽບ ຮ້ອຍ ແລະບໍ່ມີຄວາມຍຸຕິທຳຕໍ່ປະຊາຊົນ ຄົນເຈັບນັ້ນທ່ານ ສຈ ດຣ ອຸ່ນຄຳ ພັນ ທະລີ ບອກວ່າ ສາມາດຮ້ອງທຸກຜ່ານໂທ ລະສັບສາຍດ່ວນເຖິງຄະນະຮັບຜິດຊອບກ່ຽວກັບການຄວບຄຸມການປະພຶດໄດ້ ເປັນຕົ້ນແມ່ນຝ່າຍປະຊາສຳພັນ ແລະບໍລິຫານຍາມທີ່ໝາຍເລກໂທລະສັບ 021 214 024 ;ທ່ານ ດຣ ນາງ ອຸໄດວອນ ລັດຕະນະວົງ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ 020 5566 9358 ; ທ່ານນາງບຸນຫອມ ທອງວິລາວັນ ຫົວໜ້າພະແນກຈັດຕັ້ງພະນັກງານ 020 5670 9716; ທ່ານນາງ ອາພອນ ວິຊາເທບ ຮອງຜູ້ອຳນວຍການ 020 2220 4909 ; ທ່ານ ຮສ.ດຣ. ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ 020 5419 8830 ; ທ່ານ ສຈ.ດຣ. ດວງດາວ ສຸກອາລຸນ ຮອງຜູ້ອຳນວຍການ 020 55682621 ແລະໝາຍເລກ 020 56917887 ທ່ານ ຮສ.ດຣ. ບຸນທະພານີ ບຸນຊ່ວຍ ຜູ້ອຳນວຍການໂຮງໝໍ.


ທີ່ມາ: ເສດຖະກິດສັງຄົມ 

© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.