Header Ads

ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມແຂວງບິ່ງເຢືອງ ສສ ຫວຽດນາມ




ພາຍຫຼັງສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ໃນຕອນເຊົ້າຂອງວັນທີ 25 ຕຸລາ 2017 ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຢືອງ ໂດຍມີ ສະຫາຍ ເຈີ່ນ ແທງ ລຽມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ບິ່ງເຢືອງ ພ້ອມດ້ວຍຄະນະນຳ ແຂວງ ບີ່ງ ເຢືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຂອງຄະນະສະຫາຍ ຮອງນາຍົກລັດຖະມົນຕີ ໃນຄັ້ງນີ້, ກ່ອນອື່ນ ສະຫາຍ ເຈີ່ນ ແທງ ລຽມ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານໃຫ້ຊາບເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບີ່ງເຢືອງ ໃນໄລຍະຜ່ານມາ ໂດຍປະຕິບັດຕາມ ການຊີ້ນໍາ-ນໍາພາ ຂອງສູນກາງພັກ ກໍ່ຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ບັນດາການນໍາຂອງແຂວງ ກໍ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສໍາເລັດ ໃນເບື້ອງຕົ້ນ ເວົ້າລວມ, ເວົ້້າສະເພາະທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ໃນນັ້ນ, ອັນພົ້ນເດັ່ນທີ່ສຸດ ແມ່ນການລົງທຶນດ້ານອຸດສາຫະກໍາ ເຊິ່ງເຫັນວ່າ ໄດ້ຮັບຂະຫຍາ   ຍຕົວຢ່າງໄວວາ. ໃນປີ 2016 ຈັງຫວະການເຕີບໂຕຂອງເສດຖະກິດ ສະເລ່ຍຢູ່ໃນ ລະດັບ 8,5%, ລາຍໄດ້ສະເລ່ຍຕໍ່ຫົວຄົນ ປະມານ 108 ລ້ານດົງຕໍ່ຄົນ ຕໍ່ປີ (ຫຼື ປະມານ 4.900 ໂດລາສະຫະລັດຕໍ່ຄົນຕໍ່ປີ). ອົງປະກອບເສດຖະກິດ ປະກອບມີ: ຂະແໜງອຸດສາຫະກໍາ ກວມ 63%, ຂະແໜງການຄ້າ 23,5%, ຂະແໜງກະສິກໍາ 4%, ສ່ວນທີ່ຍັງເຫຼືອແມ່ນຂະແໜງການອື່ນໆ. ການເກັບລາຍຮັບເຂົ້າງົບປະມານຂອງແຂວງ ສາມາດບັນລຸໄດ້ 40 ພັນຕື້ດົງ ແລະ ປີ 2017 ລັດຖະບານ ກໍ່ໄດ້ມອບໝາຍໃຫ້ ຈໍານວນ 46 ພັນຕື້ດົງ. ສໍາລັບການລົງທຶນຂອງຕ່າງປະເທດ ຢູ່ພາຍໃນແຂວງໃນແຕ່ລະປີ ແມ່ນລື່ນຄາດໝາຍ ທີ່ວາງໄວ້ ເຊິ່ງສະແດງອອກ ໃນປີ 2016 ແລະ ມາຮອດໄລຍະ 9 ເດືອນ ຂອງປີ 2017 ມີໂຄງການທັງໝົດ ຈໍານວນ 3.000 ກວ່າໂຄງການ ທີ່ຍັງຈັດຕັ້ງປະຕິບັດຢູ່, ມູນຄ່າທັງໝົດຂອງໂຄງການ ປະມານ 27,9 ຕື້ໂດລາສະຫະລັດ, ບັນດາໂຄງການດັ່ງກ່າວ ແມ່ນການລົງທຶນຂອງຕ່າງປະເທດທັງໝົດ ທີ່ມາຈາກ 63 ປະເທດ ໃນພາກພື້ນ ແລະ ໃນໂລກ.


 ສາມາດເວົ້າໄດ້ວ່າ ແຂວງບິ່ງເຢືອງ ເປັນແຂວງໜຶ່ງທີ່ສາມາດດຶງດູດການລົງທຶນ ຂອງຕ່າງປະເທດ ໄດ້ດີເປັນອັນດັບ 2 ໃນຈໍານວນ 63 ແຂວງ ຂອງຫວຽດນາມ (ຮອງຈາກນະຄອນໂຮ່ຈິມິນ), ສາຍເຫດເນື່ອງຈາກວ່າ ແຂວງໄດ້ເອົາໃຈໃສ່ໃນການເປີດກວ້າງ ແລະ ອໍານວຍຄວາມສະດວກໃຫ້ແກ່ບັນດາເຂດອຸດສາຫະກໍາ ຄຽງຄູ່ກັບການສ້າງເງື່ອນໄຂອໍານວຍຄວາມສະດວກ ກ່ຽວກັບທາງດ້ານກົນໄກ, ລະບຽບ ການຕ່າງໆ…. ເພື່ອດຶງດູດການລົງທຶນ, ບັນດາການນໍາຂອງແຂວງທຸກຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຢ່າງໃກ້ສິດ ກັບ ບັນດາວິສາຫະກິດ, ນັກທຸລະກິດ ແລະ ຜູ້ປະກອບການ  ເພື່ອຮ່ວມກັນແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກ ໄດ້ຢ່າງທັນການ; ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ ແລະ ກໍາມະກອນ. ມາຮອດປະຈຸບັນ ທົ່ວແຂວງບໍ່ມີຄອບຄົວທຸກຍາກ ໂດຍອີງໃສ່ມາດຕະຖານຄວາມທຸກຍາກຂອງແຂວງ ທີ່ໄດ້ກໍານົດ (ເຊິ່ງສູງກວ່າມາດຕະຖານ ທີ່ລັດຖະບານວາງອອກ ໃນຂອບເຂດທົ່ວປະເທດ 2 ເທົ່າ). ສໍາລັບການພົວພັນຮ່ວມມື ຂອງສອງປະເທດ ທີ່ມີມາແຕ່ດົນນານ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ແຂວງບິ່ງເຢືອງ ກັບ ບັນດາແຂວງຂອງ ສປປ ລາວ ນັ້ນ, ສະຫາຍຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ບິ່ງ ເຢືອງ ຍັງຫວັງວ່າ ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະສ້າງເງື່ອນໄຂອໍາ ນວຍຄວາມສະດວກ ເພື່ອເຮັດໃຫ້ການຮ່ວມມືຂັ້ນທ້ອງຖິ່ນ ຂອງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ.


ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງອຳນາດການປົກຄອງແຂວງ ແລະ ປະຊາຊົນແຂວງ ສາມາດຍາດມາໄດ້ ຢ່າງໃຫຍ່ຫຼວງ ແລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືຂອງສອງຝ່າຍ ລາວ-ຫວຽດນາມ ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ແຂວງ ບິ່ງເຢືອງ ແລະ ບັນດາແຂວງຂອງລາວ ອັນເປັນການເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບກ້າວສູ່ລວງເລິກ ແລະ ສາມາດຮ່ວມມືກັນຢ່າງສະໜິດແໜ້ນ ພ້ອມທັງ ສະແດງຄວາມຫວັງວ່າ ບັນດາແຂວງແຮກສ່ຽວ ກໍ່ຄື ພັກ, ລັດຖະບານ ແລະ ປະຊາຊົນລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ຈາກແຂວງ ບິ່ງເຢືອງ ກໍ່ຄື ພັກ-ລັດ ແລະ ປະຊາຊົນຫວຽດນາມ ຕະຫຼອດໄປ.

ຕອນແລງຂອງວັນດຽວກັນ ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ພົບປະ ກັບ ສະຫາຍ ຫງວຽນ ທຽນ ເຍິນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈິມິນ. 
ນອກຈາກນີ້, ໃນໄລຍະເຄື່ອນໄຫວເຮັດວຽກ ຢູ່ແຂວງ ບິ່ງເຢືອງ ແລະ ນະຄອນໂຮ່ຈິມິນ ສະຫາຍ ຮອງນາຍົກ ລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະຫາຍ ຫງວຽນ ມິງ ຈຽດ ແລະ ອະດີດນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສະຫາຍ ຫງວຽນ ເຕິນ ຢຸງ ພ້ອມທັງ ໄປຢ້ຽມຢາມໂຮງງານ ວີນາມິວ (Vinamilk), ເຂດທ່ອງທ່ຽວດ້າຍນາມ ແຂວງ ບິ່ງເຢືອງ ຕື່ມອີກ.​​



ທີ່ມາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com    
__________

Powered by Blogger.