ເຈົ້າຊາຍມັນຊູ ບິນ ມຸກຮິນ ແຫ່ງຊາອຸດິອາຣາເບຍ ປະສົບອຸບັດຕິເຫດເຮືອບິນເຮລິຄອບເຕີຕົກ ເສຍຊີວິດແລ້ວ !!!
ສໍານັກຂ່າວຕ່າງປະເທດລາຍງານວ່າ ເຈົ້າຊາຍມັນຊູ ບິນ ມຸກຮິນ (Prince Mansour bin Muqrin) ແຫ່ງຊາອຸດິອາຣາເບຍ ປະສົບອຸບັດຕິເຫດເຮືອບິນເຮລິຄອບເຕີຕົກ ລວມທັງຄະນະຕິດຕາມພະອົງທີ່ປະກອບດ້ວຍເຈົ້າແຂວງອະຊີຣ ແຫ່ງຊາອຸດິອາຣາເບຍ ແລະ ເຈົ້າໜ້າທີ່ອື່ນໆ ເສຍຊີວິດໝົດລໍາ ໂດຍອຸບັດເຫດເກີດຂື້ນໃນວັນທີ 5 ພະຈິກ ຜ່ານມານີ້ ເຊິ່ງເຮືອບີນເຮລິຄອບເຕີຂອງພະອົງຕົກໃນບໍລິເວນໃກ້ຊາຍແດນເຢເມນ ພາຍຫຼັງທີ່ເດິນທາງກັບຈາກການອອກສໍາຫຼວດພື້ນທີ່.
![]() |
ຈຸດເຮືອບິນຕົກ |
ສໍາລັບສາເຫດອຸບັດຕິເຫດຄັ້ງນີ້ ທາງເຈົ້າໜ້າທີ່ຍັງບໍ່ທັນສາມາດລະບຸເຖິງສາເຫດໄດ້ຊັດເຈນ ແລະ ຍັງບໍ່ທັນຮູ້ວ່າລູກເຮືອທັງໝົດທີ່ຕິດຕາມພະອົງວ່າຈະມີຜູ້ລອດຊີວິດ ຫຼື ບໍ່ ແຕ່ສໍານັກຂ່າວທ້ອງຖິ່ນຂອງ ຊາອຸດິອາຣາເບຍ ລາຍງານວ່າ ຄາດບໍ່ມີຜູ້ລອດຊີວິດຈາກເຫດການຮືອບີນເຮລິຄອບເຕີຕົກໃນຄັ້ງນີ້. ໃນຂະນະທີ່ເຈົ້າໜ້າກູ້ໄພກໍາລັງເລັ່ງເກັບກູ້ຊາກເຮລິຄອບເຕີ ແລະ ສົບຜູ້ເສຍຊີວິດທັງໝົດ ແຕ່ຍັງບໍ່ທັນມີລາຍລະອຽດຢ່າງເປັນທາງການເຖິງຈໍານວນລູກເຮືອທີ່ຕິດຕາມພະອົງ ຫຼື ຜູ້ເສຍຊີວິດຈາກເຫດໂສກອະນາດຕະກໍາຂອງຊາວຊາອຸດິອາຣາເບຍໃນຄັ້ງນີ້.
ທີ່ມາ: mailonlline
© ໂຕະນໍ້າຊາ | tonamcha.com
Post a Comment