Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ຊ່ວຍຮອງປະທານາທິບໍດີຜູ້ທີໜຶ່ງຂອງ ສ. ອາເເຊັກໄບຊານ





ໃນວັນທີ 28 ກຸມພາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານນາ ອາລັກບາຣົບ (Anar Alakbarov), ຜູ້ຊ່ວຍຮອງປະທານາທິບໍດີຜູ້ທີໜຶ່ງ, ທັງເປັນທູດພິເສດ ແລະ ເປັນປະທານມູນນິທິ ເຮດາ ອາລິເຢັບ (Heydar Aliyev) ຂອງ ສາທາລະນະລັດ ອາເເຊັກໄບຊານ ໃນໂອກາດເດີນທາງຢ້ຽມຢາມເຮັດວຽກຢູ່ ສປປ ລາວ. 


ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານຜູ້ຊ່ວຍຮອງປະທານາທິບໍດີຜູ້ທີໜຶ່ງ ແຫ່ງ ສ. ອາເເຊັກໄບຊານ, ພ້ອມທັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຊຶ່ງພວມດຳເນີນຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020), ສຸມໃສ່ແກ້ໄຂຫຼຸດຜ່ອນຄວາມທຸກຍາກເປັນຕົ້ນຕໍ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີທີ່ຈະເຂົ້າຮ່ວມກອງປະຊຸມບັນດາປະເທດທີ່ບໍ່ຮ່ວມກຸ່ມ (NAM) ທີ່ອາເເຊັກໄບຊານ ຈະເປັນເຈົ້າພາບຈັດຂຶ້ນໃນຕົ້ນເດືອນ ເມສາ 2018 ນີ້. ໃນໂອກາດດຽວກັນ, ທ່ານອານນາ ອາລັກບາຣົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງແຜນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ທີ່ໄດ້ຮັບການຟື້ນຟູໄປໃນທິດທາງທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ. ພ້ອມກັນນັ້ນ, ສອງຝ່າຍຍັງເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ, ພ້ອມທັງເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ.

ຂໍ້ມູນ: ວສລ 

© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.