Header Ads

ຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະເລິກ ວຽກງານສາຍດ່ວນຂອງລັດຖະບານ



ໃນວັນທີ 22 ກຸມພາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ, ໄດ້ຈັດກອງປະຊຸມປຶກສາຫາລື ສະຫຼຸບຖອດຖອນບົດຮຽນ ກ່ຽວກັບວຽກງານສາຍດ່ວນຂອງລັດຖະບານ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວຽງສະຫວັນ ດວງສະຫວັນ ຄະນະພັກ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບຕອບໂທລະສັບສາຍດ່ວນຂອງລັດຖະບານ,  ມີ ທ່ານ ສົມກຽດ ພະສີ ຫົວໜ້າກົມປະຊາສຳພັນ, ຮອງຫົວໜ້າຄະນະຮັບຜິດຊອບຕອບໂທ ລະສັບສາຍດ່ວນຂອງລັດຖະບານ, ບັນດາຜູ້ຕາງໜ້າຈາກກະຊວງ, ນະຄອນຫຼວງວຽງຈັນ, ແຂວງ, ແຂກຖືກເຊີນ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກກົມ ແລະ ພະນັກງານທີ່ກ່ຽວຂ້ອງ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ວຽກງານສາຍດ່ວນຂອງລັດຖະບານ ໃນໄລຍະຜ່ານມາ ພ້ອມທັງ ຖອດຖອນບົດຮຽນ ແລະ ຄົ້ນຄວ້າ ປຶກສາຫາລື, ສະເໜີຄໍາຄິດຄໍາເຫັນ ເພື່ອປັບປຸງວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນກວ່າເກົ່າ. ໂອກາດດັ່ງກ່າວ, ທ່ານ ສົມກຽດ ພະສີ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານສາຍດ່ວນ ຂອງລັດຖະບານ ໃນໄລຍະຜ່ານມາ ຈົນເຖິງປະຈຸບັນ ໄດ້ຮັບຄໍາສະເໜີຂອງປະຊາຊົນ ແລະ ທຸກພາກສ່ວນຢູ່ໃນສັງຄົມ ທີ່ສະເໜີຜ່ານສາຍດ່ວນຂອງລັດຖະບານ (1516) ມີທັງໝົດ ຈໍານວນ 2,700 ຄໍາຖາມ; ໃນນັ້ນ, ຄໍາຖາມຂໍຄໍາປຶກສາ ຈໍານວນ 2,250 ຄໍາຖາມ; ບັນຫາທີ່ພົ້ນເດັ່ນກວ່າໝູ່ ແລະ ໂທເຂົ້າມາຫຼາຍ ແມ່ນ: (1) ບັນຫາທີ່ດິນ, (2) ບັນຫາການປະຕິບັດຄໍາຕັດສິນຂອງສານ, (3) ບັນຫາເສບຕິດ, (4) ບັນຫາເງິນເດືອນ, (5) ການສໍ້ລາດບັງຫຼວງ, (6) ບັນຫາການລັກລອບຕັດໄມ້ ແລະ ຂົນສົ່ງໄມ້, (7) ບັນຫາເສັ້ນ ທາງ, (8) ບັນຫາຕົວເລກລັດຖະກອນ. ສໍາລັບການຂັ້ນຕອນການຈັດຕັ້ງປະຕິບັດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຮ່າງໜັງສືທາງລັດຖະການສົ່ງຄຳຖາມຕ່າງໆ ໃຫ້ບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ ທັງໝົດ ຈໍານວນ 219 ຄໍາຖາມ ເພື່ອອະທິບາຍຊີ້ແຈງ ແລະ ຕອບຄໍາຖາມຂອງປະຊາຊົນ. ໃນໂອກາດດຽວກັນ ບັນດາຂະແໜງການຍັງໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດ ວຽກງານສາຍດ່ວນຢູ່ຂະແໜງການຂອງຕົນ ໃນໄລຍະຜ່ານມາ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດຄໍາເຫັນ, ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງເຮັດໃຫ້ກອງປະຊຸມດັ່ງກ່າວ ມີເນື້ອໃນສົມ ບູນຍິ່ງຂຶ້ນ.



ໂອກາດເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທ່ານ ນ ວຽງສະຫວັນ ດວງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດ ວຽກງານສາຍດ່ວນຂອງລັດຖະບານ ໃນໄລຍະທີ່ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຕໍ່ບາງບັນຫາສຳຄັນ ໂດຍສະເພາະ ພ້ອມກັນຮັບຟັງ, ຄົ້ນຄວ້າ ແລະ ຖອດຖອນເອົາບົດຮຽນ ຈາກການນຳສະເໜີ ແລະ ແລກປ່ຽນຄຳຄິດເຫັນ ໃນກອງປະຊຸມຄັ້ງນີ້ ເພື່ອນໍາໄປ​ຈັດຕັ້ງຜັນຂະຫຍາຍ ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ເກີດດອກອອກຜົນ, ສາມາດດໍາເນີນວຽກງານຢ່າງ ເປັນປົກກະຕິ, ຕໍ່ເນື່ອງ, ຄ່ອງແຄ້ວ, ມີປະສິດທິຜົນ, ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ ຂອງການສ້າງຕັ້ງວຽກງານສາຍດ່ວນ ຂອງລັດຖະບານ ຢ່າງແທ້ຈິງ.


ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.