Header Ads

ສຳເລັດງານແຂ່ງຂັນກິລາມວນຊົນ ເຂດ 2 ຄັ້ງທີ 4 ເມືອງຈອມເພັດເປັນເຈົ້າພາບ




ງານແຂ່ງຂັນກິລາມວນຊົນເຂດ 2 ຄັ້ງທີ່ 4 ເມືອງຈອມເພັດເປັນເຈົ້າພາບ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ່ 16 ມິນາ 2018 ຈົນມາເຖີງ ວັນທີ່ 18 ມີນາ 2018 ໄດ້ສຳເລັດລົງ. ໂດຍການເຂົ້າຮ່ວມຂອງທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ,ປະທານກວດກາພັກ-ລັດແຂວງຫຼວງພະບາງ,ມີເຈົ້າເມືອງໄຊຍະບູລີ,ບັນດາເຈົ້າເມືອງ,ຮອງເຈົ້າເມືອງອ້ອມຂ້າງແຂວງ,ມີຕາງໜ້າພະແນກການຂອງແຂວງ,ຫ້ອງການທົ່ວເມືອງຈອມເພັດ,ພະນັກງານອາວຸໂສບໍານານ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.






ສໍາລັບໃນມື້ເປີດແມ່ນມີຂະບວນກ້ອນກໍາລັງຕ່າງໆ ເຂົ້າສູ່ເດີ່ນກິລາ ເຊິ່ງເລີ່ມດ້ວຍຂະບວນຂອງທຸງຊາດ-ທຸງທິວ,ຄະນະກໍາມະການ,ຕາມມາດ້ວຍນາງສາວ 3 ຊົນເຜົ່າຈັບປ້າຍງານແຂ່ງຂັນກິລາ,ຂະບວນຍຸວະຊົນ-ເຍົາວະຊົນ,ນັກຮຽນ,ຂະບວນນັກກິລາຂອງບັນດາເມືອງ ແລະ ບ້ານແບບຢ່າງພາຍໃນເມືອງ.ຈາກນັ້ນທ່ານ ຈັນ ວັນນະສີ ເຈົ້າເມືອງຈອມເພັດ ໄດ້ກ່າວປາໄສສະເຫຼີມສະຫຼອງວັນສ້າງຕັ້ງເມືອງຈອມເພັດຄົບຮອບ 30 ປີ,ໃນນີ້ທ່ານໄດ້ຍົກໃຫ້ເຫັນປະຫັວດຄວາມເປັນມາແຕ່ລະໄລຍະ ພ້ອມທັງກ່າວເປີດປີທ່ອງທ່ຽວລາວຂອງເມືອງຈອມເພັດ.ຈາກນັ້ນທ່ານ ບົວທອງ ແພງສະຫັວນ ແລະ ທ່ານ ຈັນ ວັນນະສີ ພ້ອມດ້ວຍຜູ້ເຂົ້າຮ່ວມກໍໄດ້ພາກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດເພື່ອສະເຫຼີມວັນສ້າງຕັ້ງເມືອງຈອມເພັດ ພ້ອມທັງເປີດງານແຂ່ງຂັນກິລາ ແລະ ເປີດປີທ່ອງທ່ຽວລາວຂອງເມືອງຈອມເພັດຢ່າງເປັນທາງການ.ພາຍໃນງານກໍໄດ້ມີການສະແດງສິລະປະ ແລະ ເຕັ້ນແອໂລບິກຈາກນ້ອງນັກຮຽນ ມສ ເມືອງຈອມເພັດ.







ສໍາລັບງານແຂ່ງກິລາມວນຊົນເຂດ 2 ຄັ້ງທີ່ 4 ປະກອບມີ 4 ເມືອງຄື: ເມືອງຈອມເພັດ, ເມືອງປາກອູ, ເມືອງປາກແຊງ, ເມືອງໂພນໄຊ.ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 323 ຄົນ, ຍີງ 90 ຄົນ.ກິລາທີ່ນຳມາແຂ່ງຂັນ ມີ 6 ປະເພດ 13 ລາຍການ, ຜ່ານການແຂ່ງຂັນກິລາຜົນປະກົດວ່າ ກິລາບານເຕະຊາຍ, ອັນດັບ 1 ເມືອງຈອມເພັດ, ອັນດັບ 2 ເມືອງປາກອູ ,ກິລາບານສົ່ງຊາຍ ອັນດັບ 1 ເມືອງຈອມເພັດ, ອັນດັບ 2 ເມືອງໂພນໄຊ, ກິລາບານສົ່ງຍີງ ອັນດັບ 1 ເມືອງຈອມເພັດ, ອັນດັບ 2 ເມືອງໂພນໄຊ,ກິລາກະຕໍ້ຊາຍ, ອັນດັບ 1 ເມືອງປາກແຊງ,ອັນດັບ 2 ເມືອງຈອມເພັດ, ກິລາກະຕໍ້ຍີງ, ອັນດັບ 1 ເມືອງປາກແຊງ, ອັນດັບ 2 ເມືອງປາກອູ, ກິລາເປ່ຕັ່ງຊາຍ ອັນດັບ 1 ເມືອງຈອມເພັດ, ອັນດັບ 2 ເມືອງປາກອູ, ກິລາເປຕັ່ງຍີງ ອັນດັບ 1 ເມືອງປາກແຊງ, ອັນດັບ 2 ເມືອງປາກອູ, ກິລາເປ່ຕັ່ງທີມຄູ່ ປະສົມຍີງ-ຊາຍ ອັນດັບ 1 ເມືອງປາກແຊງ, ອັນດັບ 2 ເມືອງປາກອູ, ກິລາແລ່ນ 100 ແມັດຊາຍ ອັນດັບ 1 ເມືອງໂພນໄຊ, ອັນດັບ 2 ເມືອງປາກແຊງ, ກິລາແລ່ນ 100 ແມັດຍີງ, ອັນດັບ 1 ເມືອງປາກອູ, ອັນດັບ 2 ເມືອງໂພນໄຊ, ກິລາແລ່ນ 1500 ແມັດຊາຍ, ອັນດັບ 1 ເມືອງໂພນໄຊ, ອັນດັບ 2 ເມືອງປາກແຊງ, ກິລາແລ່ນ1500 ຍີງ, ອັນດັບ 1 ເມືອງປາກອູ, ອັນດັບ 2 ເມືອງປາກແຊງ,ກິລາຊຸກນໍ້າໝັກ ອັນດັບ 1 ເມືອງຈອມເພັດ, ອັນດັບ 2 ເມືອງປາກແຊງ.ຈາກນັ້ນທ່ານເຈົ້າເມືອງໄດ້ກ່າວປິດງານແຂ່ງຂັນກິລາມວນຊົນເຂດ 2 ຄັ້ງທີ່ 4 2018 ທີ່ເມືອງຈອມເພັດຢ່າງເປັນທາງການພ້ອມນີ້ຍັງມອບທຸງໃຫ້ເມືອງປາກອູເປັນເຈົ້າພາບຈັດງານກິລາຄັ້ງຕໍ່ໄປ.











ຂ່າວ: ເພັດສາຄອນ ສິມມະວົງ (ຂ່າວສານຫຼວງພະບາງ)

© ໂຕະນໍ້າຊາຂ່າວ | www.tonamchanews.com 
___________

Powered by Blogger.