Header Ads

ທ່ານ ຄຳໄຕ ສີພັນດອນ ເຄື່ອນໄຫວຢ້ຽມຢາມ ແລະຊີ້ນຳວຽກງານຢູ່ແຂວງສາລະວັນ ໂດຍເນັ້ນໃຫ້ເອົາໃຈໃສ່ວຽກງານ 3 ສ້າງ ໂດຍສະເພາະການສ້າງຂັ້ນຮາກຖານ




ທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງສາລະວັນ, ໂດຍພາຍໄຕ້ການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະສົມກຽດ. 





ພິທີພົບປະໄດ້ຈັດຂຶ້ນໃນວັນທີ 2 ມີນາ 2018 ນີ້, ຢູ່ສະໂມສອນຂອງແຂວງ, ກ່ອນອື່ນທ່ານ ອາດີີດປະທານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເວົ້າສະເພາະກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂອກາດດຽວກັນນັ້ນ, ທ່ານໄດ້ເນັ້ນໜັກໃຫ້ຄະນະນຳຂອງແຂວງສາລະວັນ ເອົາໃຈໃສ່ສືບຕໍ່ປັບປຸງການຄຸ້ມຄອງນຳພາ, ປັບປຸງໜ່ວຍພັກ, ອົງການຈັດຕັ້ງຕ່າງໆໃນແຕ່ລະຂັ້ນໃຫ້ດີຂຶ້ນ ແລະສ້າງຄວາມເຂັ້ມແຂງໜັກແໜ້ນຢູ່ຂັ້ນຮາກຖານພໍ່ແມ່ປະຊາຊົນຢ່າງຈິງຈັງ ແນໃສ່ສ້າງສັງຄົມນິຍົມນັບແຕ່ຂັ້ນຮາກຖານຕິດພັນກັບວຽກງານ 3 ສ້າງຄື: ສ້າງບ້ານເປັນຫົວໜ່ວຍພັດທະນາເປັນຕົ້ນ: ຕ້ອງໄດ້ກຳນົດ, ວາງແຜນອັນລະອຽດ ທີ່ຈະຊຸກຍູ້ປະຊາຊົນໃນການປູກຝັງ-ລ້ຽງສັດ ແລະການຜະລິດສິນຄ້າຕ່າງໆ, ເຮັດໃຫ້ສະພາບການພັດທະນາຢູ່ຂັ້ນບ້ານໄດ້ມີການຫັນປ່ຽນມີຢູ່ມີກິນ, ການພັດທະນາຕ້ອງເລີ່ມແຕ່ຂັ້ນຮາກຖານຂຶ້ນມາ . ຕ້ອງເອົາໃຈໃສ່ສ້າງກົນໄກໃຫ້ສອດຄ່ອງໃນການຄຸ້ມຄອງລັດ, ການປະຕິບັດລະບຽບກົດໝາຍ, ສະກັັດກັ້ນບັນຫາຢາເສບຕິດ ແລະຕ້ານການສໍ້ລາດບັງຫຼວງ ໃຫ້ໝົດໄປຢ່າງສີ້ນເຊີງ, ຊຸກຍູ້ເອົາໃຈໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງ ມີີຄວາມສະດວກສະບາຍ, ເອື້ອອຳນວຍໃຫ້ປະຊາຊົນສ້າງເສດຖະກິດຄອບຄົວ ຜະລິດໃຫ້ຫຼາຍເປັນສິນຄ້າໃຫ້ຫຼາຍຂຶ້ນ ຄຽງຄູ່ກັນນັ້ນຕ້ອງ, ສ້າງພັນທະພາບຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃຫ້ໜັກແໜ້ນ ແລະສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ມີຄຸນນະພາບ ແລະປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ. ຫຼັງຈາກນັ້ນທ່ານກໍ່ໄດ້ຕິດຕາມສະພາບການພັດທະນາແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກທີ່ກຳລັງພັດທະນາ.


ແຂວງສາລະວັນແມ່ນແຂວງໜຶ່ງເປັນແຂວງທີ່ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ເສດຖະກິດຂະຫຍາຍຕົວໃນລະດັບ 7,51% ລວມຍອດຜະລິດຕະພັນພາຍໃນ GDPບັນລຸໄດ້ 3.959,70 ຕື້ກີບ, ສະເລ່ຍລາຍໄດ້ຕໍ່ຫົວຄົນ 9 ລ້ານກວ່າກີບຕໍ່ປີ ຫຼື ເທົ່າກັບ 1.197 ໂດລາສະຫະລດັດ, ດ້ານການລົງທຶນປະຕິບັດໄດ້ 1.531,31 ຕື້ກີບ, ໃນນັ້ນທຶນລັດປະຕິບັດໄດ້ 78,22 ຕື້ກີບ, ທຶນຊ່ວຍເຫຼືອກຸ້ຢືມປະຕິບັດໄດ້ 160 ຕື້ກວ່າກີບ, ທຶນເອກະຊົນພາຍໃນ ແລະຕ່າງປະເທດ ປະຕິບັດໄດ້ 740 ຕື້ກີບກີບ ແລະທຶນປະຊາຊົນ 84,45 ຕື້ກີບ. ນອກນັ້ນແຂວງສາລະວັນ ໄດ້ຍັງສຸມໃສ່ວຽກງານ 3 ສ້າງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍປະຕິບັດຕາມມະຕິ 10 ຂອງສູນກາງພັກວາງອອກ.

ພາບ ແລະ ຂ່າວ: ນສພ ສາລະວັນ 

© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.