Header Ads

ນໍ້າຕາຈະໄຫຼ !!! ແມ່ເຖົ້າອາຍຸ 80 ປີ ຫາບກ້ວຍຂາຍເພື່ອແລກກັບເງິນ ທ່າມກາງແສງແດດຮ້ອນອົບເອົ້າໃນຕອນທ່ຽງ





ມື້ນີ້ວັນທີ 3 ມີນາ 2018 ເດືອນແຫ່ງການສະແດງຄວາມຮັກຜູ້ຍິງ ໂດຍສະເພາະແມ່ ຜູ້ເຊິ່ງໃຫ້ກໍາເນີດ ແຕ່ມື້ນີ້ເຫັນພາບ ແລະ ເລື່ອງລາວແມ່ເຖົ້າເລາະຫາບກ້ວຍຂາຍແລ້ວນໍ້າຕາຊີໄຫຼ  ເມື່ອຜູ້ໃຊ້ເຟສບຸ໊ກຊື່: Nout Phommachan (ນຸດ)  ໄດ້ໂພສຂໍ້ຄວາມ ແລະ ຮູບພາບ ບັນຍາຍກ່ຽວກັບແມ່ເຖົ້າຄົນໜຶ່ງອາຍຸປະມານ 80 ປີ ຍ່າງເລາະຫາບກ້ວຍຂາຍ ເພື່ອແລກກັບເງິນມາປະຄອງຊີວິດ ແລະ ສັງຂານໃນຍາມເຖົ້າ. 



ຊີວິດຈິງເປັນຍິ່ງກວ່າລະຄອນ ເພາະແມ່ເຖົ້າຄົນນີ້ຫາບກ້ວຍຂາຍ ທ່າມກາງແສງແດດຮອ້ນອັນແສນຮ້ອນອົບເອົ້າທີ່ກະທົບໃສ່ຮ່າງກາຍໃນຕອນບ່າຍທີ່ຄວາມຮ້ອນນີ້ບໍ່ຢາກຈະພັນລະນາ.​ ສາວ ນຸດ ບາງເອີນຜ່ານມາເຫັນ ແລະ ໄດ້ຕັດສິນໃຈຈອດລົດຊື້ໝາກກ້ວຍ ແລະ ແລ້ວຖາມຕົ້ນປາຍສາຍເຫດວ່າ ແມ່ເຖົ້າມາແຕ່ໃສ ແລະ ລູກຫຼານໄປທາງໃດ  ເຊິ່ງກໍບໍ່ມີຄໍາຕອບຈາກແມ່ເຖົ້າ ແຕ່ແມ່ເຖົ້າມີແຕ່ເຊັດຕາແລ້ວປິ່ນໜ້າຍ່າງໜີ ໂດຍສາວນຸດ ກໍເຮັດພຽງໄດ້ແຕ່ຊື້ໝາກກ້ວຍຊ່ວຍແມ່ເຖົ້າ ແລະ ແມ່ເຖົ້າກໍຫາບໝາກກ້ວຍຍ່າງໄປຂາຍຕໍ່. ສໍາລັບເຫດການນີ້ເກີດຂື້ນຢູ່ຕະຫລາດຫລັກ 8 ໃຕ້ ເມືອງບາຈຽງ ແຂວງຈຳປາສັກ . ຫາກທ່ານໃດພົບເຫັນແມ່ເຖົ້າ  ກໍຢ່າລືມອຸດໜຸ່ນຊ່ວຍເພີ່ມແດ່ເດີ ຊ່ວຍຕາມທີ່ແຕ່ລະຄົນມີເງື່ອນໄຂ ຄົນລະເລັກຄົນລະນ້ອຍ !!!





ຈາກເລື່ອງນີ້ຄິດຮອດຄໍາທໍານາຍຂອງ ພຣະພຸດທະເຈົ້າ 16 ປະການເມື່ອ 2500 ກວ່າມາແລ້ວ ໂດຍໜຶ່ງງໃນ 16 ປະການກ່າວວ່າ: ຄົນໃນຍຸກຕໍ່ໜ້າ ການທໍາມາຫາກິນໃນສັງຄົມຈະຍາກລໍາບາກຂື້ນ ເຮັດໃຫ້ລູກເຕົ້າເອົາໂຕເອງບໍ່ລອດ ແລ້ວບໍ່ສາມາດລ້ຽງດູພໍ່ແມ່ໄດ້ ຊໍ້າຮ້າຍໄປກວ່ານັ້ນ ລູກເຕົ້າຜູ້ບາງຄົນຈະປະຖີ້ມຜູ້ໃຫ້ກໍາເນີດ (ພໍ່ ແລະ ແມ່) ແລະ ຜູ້ມີພະຄຸນ ພ້ອມກັບມີການຜິດຖຽງກັນລະຫວ່າງອ້າຍເອື້ອຍນ້ອງໃນການຍາດມູນມັງ ຫຼື ຊັບສີນ ເຊິ່ງເລື່ອງນີ້ເກີດຂື້ນແລ້ວໃນປະເທດເພື່ອນບ້ານເຮົາ (ຕາມຂ່າວໃນທຸກມື້ນີ້) ແລະ ກໍາລັງເກີດຢ່າງຊັດເຈນໃນສັງຄົມບ້ານເຮົາເຊັ່ນກໍລະນີແມ່ເຖົ້າທີ່ເລາະຫາບກ້ວຍຂາຍນີ້ແຫຼະ.



ທີ່ມາ : Nout Phommachan
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.