Header Ads

ກຽມກໍ່ສ້າງສູນຢັ້ງຢືນມາດຕະຖານ ແລະ ຄຸນນະພາບແຫ່ງຊາດ ມູນຄ່າການກໍ່ສ້າງ 38 ຕື້ກວ່າກີບ





ການກໍ່ສ້າງສູນມາດຕະ ຖານ ແລະ ຄຸນນະພາບແຫ່ງ ຊາດ ຈະໃຊ້ເວລາ 1 ປີກັບ 10 ເດືອນ ຊຶ່ງມີມູນຄ່າການກໍ່ສ້າງ ປະມານ 38 ຕື້ກວ່າກີບ ໂດຍ ແມ່ນບໍລິສັດລືໄຊ ໄຊຊະນະ ຈຳກັດຜູ້ດຽວ ເປັນຜູ້ລົງມືກໍ່ ສ້າງ. ທ່ານ ວຽງທອງ ວົງທະວິ ໄລ ຮັກສາການຫົວໜ້າກົມ ມາດຕະຖານ ແລະ ວັດແທກ ໄດ້ລາຍງານກ່ຽວກັບໂຄງການ ໂດຍຫຍໍ້: ໂຄງການກໍ່ສ້າງຕັ້ງ ຢູ່ຖະໜົນທ່າງ່ອນ, ບ້ານດ່ານ ຊ້າງ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ, ມີເນື້ອທີ່ 19.920 ຕາແມັດ, ເປັນອາຄານ 5 ຊັ້ນ, ເນື້ອທີ່ໃຊ້ສອຍ 4.300 ຕາ ແມັດ, ໄລຍະເວລາກໍ່ສ້າງແມ່ນ 1 ປີກັບ 10 ເດືອນ ເລີ່ມລົງມື ເດືອນມີນາ 2018 ສຳເລັດ ທ້າຍເດືອນທັນວາ 2019, ມູນ ຄ່າການກໍ່ສ້າງທັງໝົດປະມານ 38 ຕື້ກວ່າກີບ, ໃຊ້ແຫຼ່ງທຶນ ຈາກການປະກອບສ່ວນຂອງ ບັນດາບໍລິສັດຮ່ວມມື. ລົງນາມໃນສັນຍາ ຕາງ ໜ້າໃຫ້ກັບກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ທ່ານ ວຽງທອງ ວົງທະວິໄລ, ທ່ານ ຂັນທອງລືໄຊ ອິນທະວົງ ປະທານບໍລິສັດລືໄຊ ໄຊຊະ ນະກໍ່ສ້າງຈຳກັດ ໂດຍການ ເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ບັນ ດາທ່ານແຂກທີ່ຖືກເຊີນພ້ອມ ດ້ວຍພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ. ພິທີດັ່ງ ກ່າວຈັດຂຶ້ນວັນທີ 6 ມີນາ ນີ້ ທີ່ໂຮງແຮມແລນມາກນະຄອນ ຫຼວງວຽງຈັນ. 

ພາບ ແລະ ຂ່າວ: ແສງຈັນ
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.