Header Ads

ນົບພະລັດ ສີໄກພັກ ຄ້ວາຕໍາແໜ່ງຊະນະເລີດ ພ້ອມມຸງກຸດ ມີສແກຣນລາວ 2018





ຜົນການປະກວດມີສແກຣນລາວ 2018  (MISS GRAND LAOS 2018 ) ໄດ້ປະກາດກັນເປັນທີ່ຮຽບຮ້ອຍແລ້ວ ໂດຍຮອບສຸດທ້າຍໄດ້ຈັດຂື້ນໃນຄໍ່າຄືນວັນທີ 24 ມີນາ 2018 ໄອເຕັກ ມໍ  ໂດຍສາວງາມທີ່ສາມາດຄ້ວາ ມຸງກຸດໄປໄດ້ນັ້ນກໍຄື ນາງ ນົບພະລັດ ສີໄກພັກ ( Nobphalat Sykaiychack)  ຜູ້ເຂົ້າປະກວດໝາຍເລກ MG12 ອາຍຸ 20 ປີ ສ່ວນສູງ 173 CM . ສວນຮອງອີກສອງຄົນ ຕົກເປັນຂອງນາງສາວ: 




ຮອງອັນດັບ 1:  ນາງ ມາລິກາ ສຸກວົງສາ ຜູ້ເຂົ້າປະກວດໝາຍເລກ MG7 ອາຍຸ 24 ປີ ສ່ວນສູງ 170 CM
ຮອງອັນດັບ 2: ນາງ ສິລິຍາພອນ ຊາພິລົມ ຜູ້ເຂົ້າປະກວດໝາຍເລກ MG1 ອາຍຸ 18 ປີ ສ່ວນສູງ 170 CM

ສ່ວນລາງວັນພິເສດ:
ນາງ ສິລິຍາພອນ ຊາພິລົມ ຜູ້ເຂົ້າປະກວດໝາຍເລກ MG1 ອາຍຸ 18 ປີ ສ່ວນສູງ 170 CM ໄດ້ຮັບລາງວັນນາງສາວຜິວງາມ
ນາງ ມະໂນລັກ ພົນໂຍທາ ຜູ້ເຂົ້າປະກວດໝາຍເລກ MG5 ອາຍຸ 20 ປີ ສ່ວນສູງ 168 CM ໄດ້ຮັບລາງວັນນາງສາວມິດຕະພາບ




ທີມງານ Tonamcha ຂໍສະແດງຄວາມຍິນດີນາງສາວທຸກໆຄົນທີ່ສາມາດຄ້ວາຕໍາແໜ່ງ ແລະ ລາງວັນໃນເວທີປະກວດ ມີສແກຣນລາວ 2018 ມານະໂອກາດນີ້ດ້ວຍ ໂດຍສະເພາະ 
 ນາງ ນົບພະລັດ ສີໄກພັກ ມີສແກຣນລາວ 2018 ຄົນລ່າສຸດ. 


© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.