Header Ads

ລາວ-ມຽນມາ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ




ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອູ ວິນ ໝິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ມຽນມາ, ໃນວັນທີ 27 ເມສາ 2018, ທີ່ ປະເທດ ສິງກະໂປ.


ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ອູ ວິນ ໝິນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສສ. ມຽນມາ ຄົນໃໝ່ ແລະ ສະແດງຄວາມເຊື້ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ອູ ວິນ ໝິນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມຽນມາ ຈະສືບຕໍ່ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ ແລະ ສສ. ມຽນມາ ຈະສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ໃນຂະນະດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວ ແລະ ຄໍາຊົມເຊີຍຂອງ ພະນະທ່ານ ບຸນຍັງ ວໍລະຈິດ ແລະ ຄຳເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນໃກ້ນີ້ ຝາກເຖິງ ພະນະທ່ານ ປະທານາທິບໍດີ ອູ ວິນ ໝິນ.


ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທີ່ມີມູນເຊື້ອອັນຍາວນານຖານບ້ານໃກ້ເຮືອນຄຽງທີ່ດີງາມ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກໍລະກົດ 1955 ເປັນຕົ້ນມາ ການພົວພັນຂອງສອງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ເປັນຕົ້ນ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆໃນທຸກລະດັບ ຢ່າງເປັນປົກກະຕິ. 

ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເກີດດອກອອກຜົນເປັນຮູບປະທໍາ ແລະ ສືບຕໍ່ປະຕິບັດຜົນການຢ້ຽມຢາມທາງການຂອງ ພະນະທ່ານ ທອງລຸນ ສີສຸລິດ ໃນເດືອນມັງກອນ 2018 ຜ່ານມາ, ໂດຍສະເພາະການໄປມາຫາສູ່ກັນຂອງປະຊາຊົນ, ການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳຮີດຄອງປະເພນີທີ່ດີງາມ ລະຫວ່າງ ປະຊາຊົນສອງຊາດ. ສຸດທ້າຍ, ສອງຝ່າຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມອັນດີງາມ ລະຫວ່າງ ສອງປະເທດ ລາວ-ມຽນມາ ທີ່ມີມາແຕ່ດົນນານແລ້ວນັ້ນ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ.

ໃນໂອກາດດຽວກັນນີ້, ພະນະທ່ານປະທານາທິບໍດີ ອູ ວິນ ໝິນ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຈະຫາໂອກາດມາຢ້ຽມຢາມ ສປປ ລາວ ໃຫ້ໄດ້.

ຂ່າວ-ຮູບພາບ: ກົມຂ່າວກະຊວງການຕ່າງປະເທດ 
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.