Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ ສິງກະໂປ





ໃນວັນທີ 27-28 ເມສາ 2018, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ພາຍໃຕ້ຄໍາຂວັນ: ‘ເຂັ້ມແຂງ ແລະ ທັນສະໄໝ’ ໂດຍການເປັນເຈົ້າພາບ ແລະ ປະທານ ຂອງ ສິງກະໂປ ຊຶ່ງມີບັນດາປະມຸກລັດ/ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ຜູ້ນຳໄດ້ແລກປ່ຽນທັດສະນະ ກ່ຽວກັບ ການສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ຮັບປະກັນໃຫ້ແກ່ການພັດທະນາ ຂອງບັນດາປະເທດໃນພາກພື້ນ ກໍຄື ການເຊື່ອມໂຍງພາກພື້ນອາຊຽນໂດຍລວມ. 


ໃນນີ້, ທ່ານ ນາຍົກ ທອງລຸນ ສີສຸລິດ ໄດ້ຢໍ້າວ່າ ປະຊາຄົມອາຊຽນ ຈະເຂັ້ມແຂງ ແລະ ທັນສະໄຫມ ກໍຕໍ່ເມື່ອບັນດາປະເທດ ສະມາຊິກ ເຂັ້ມແຂງ ແລະ ທັນສະໄຫມ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ອາຊຽນ ຈະຕ້ອງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລວມທັງການຖ່າຍທອດເຕັກໂນໂລຊີ ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແນໃສ່ຊ່ວຍເຫລືອປະເທດທີ່ມີລະດັບການພັດທະນາຕໍ່າກວ່າ ເປັນບູລິມະສິດ ເພື່ອກ້າວໄປຂ້າງຫນ້າພ້ອມໆກັນ. 


ສຳລັບ ການຮ່ວມມືກັບພາຍນອກ, ຜູ້ນຳ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືກັບພາຍນອກຂອງ ອາຊຽນ ກໍຄື ການຮ່ວມມືກັບບັນດາຄູ່ເຈລະຈາຂອງອາຊຽນ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນຂະບວນການສ້າງ ປະຊາຄົມອາຊຽນ. ເພື່ອສືບຕໍ່ນະໂຍບາຍເປີດກວ້າງການຮ່ວມມືກັບພາຍນອກ, ຜູ້ນຳ ອາຊຽນ ໄດ້ຢໍ້າເຖິງຄວາມສຳຄັນໃນການຍົກສູງບົດບາດຄວາມສຳຄັນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກຕ່າງໆ ທີ່ອາຊຽນເປັນຜູ້ສ້າງຂື້ນ ແລະ ເປັນເຈົ້າການໃນການກໍານົດໂຄງສ້າງພາກພື້ນ ທີ່ພວມຜັນແປ. 

ນອກຈາກນີ້, ຜູ້ນໍາອາຊຽນ ກໍໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນ ສະພາບການເມືອງ ແລະ ເສດຖະກິດ ໂລກ ພວມຜັນແປ, ການເພີ້ມທະວີນະໂຍບາຍປົກປ້ອງຕະຫລາດ, ສະພາບຄວາມຂັດແຍ້ງຢູ່ ຊີຣີ, ກອງປະຊຸມສຸດຍອດ ລະຫວ່າງ ສອງ ເກົາຫລີ. ໃນໂອກາດນີ້ ທ່ານ ນາຍົກ ທອງລຸນ ສີສຸລິດ ສະແດງຄວາມຍິນດີ ຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ຄັ້ງປະຫວັດສາດ ລະຫວ່າງ ສອງ ເກົາຫລີ ທີ່ຈັດຂື້ນ ຕອນເຊົ້າຂອງ ວັນທີ 27 ເມສາ 2018 ໂດຍສະເພາະການລົງນາມໃນຖະແຫລງການ ປັນມຸນຈອມ ເພື່ອສັນຕິພາບ, ຄວາມສົມບູນພູນສຸກ ແລະ ການທ້ອນໂຮມສອງແຫຼມເກົາຫຼີ ອັນເປັນການປູພື້ນຖານສໍາຄັນ ເພື່ອກ້າວໄປສູ່ການຍຸດຕິສົງຄາມເກົາຫລີ ແລະ ສ້າງແຫລມເກົາຫລີໃຫ້ເປັນເຂດສັນຕິພາບ ແລະ ປອດອາວຸດນິວເຄລຍ ໂດຍສິ້ນເຊີງ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ໄດ້ຮັບຮອງເອົາ 3 ເອກະສານ ສຳຄັນ ຄື: 1). ເອກະສານ ວິໄສທັດຜູ້ນໍາອາຊຽນ ວ່າດ້ວຍການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ; 2.) ເອກະສານແນວຄວາມຄິດເຄືອຂ່າຍເມືອງພັດທະນາອາຊຽນ; ແລະ 3.) ຖະແຫລງການຮ່ວມຂອງຜູ້ນໍາອາຊຽນ ວ່າດ້ວຍ ການຮ່ວມມືຄວາມຫມັ້ນຄົງທາງຄອມພິວເຕີ.

ຂ້າວ-ພາບ: ກົມຂ່າວກະຊວງການຕ່າງປະເທດ
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com

Powered by Blogger.