Header Ads

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ທີ່ເມືອງໄຊຈໍາພອນ ແຂວງສະຫວັນະເຂດ





ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2018 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ແລະ ຊີ້ນໍາວຽກງານຢູ່ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງໆບໍລິຄໍາໄຊ, ທ່ານ ຄໍາພັດ ສຸລິຂັນ ເຈົ້າເມືອງໆໄຊຈໍາພອນ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໃນໂອກາດມາເຮັດວຽກຄັ້ງນີ້ ທ່ານ ເຈົ້າເມືອງໆໄຊຈໍາພອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຮອບດ້ານ ພາຍໃນເມືອງໃນໄລຍະຜ່ານມາໃຫ້ຄະນະຂອງທ່ານນາຍົກລັດຖະມົນຕີ ຊາບວ່າ: ຈຸດພິເສດທີ່ຕັ້ງຂອງເມືອງໄຊຈໍາພອນ ແມ່ນເມືອງພື້ນຖານການປະຕິວັດ ເປັນເມືອງແນວຫຼັງຍຸດທະສາດ ແລະ ເປັນເສັ້ນທາງຜ່ານຂອງບັນດາທ່ານຜູ້ນໍາ ໃນໄລຍະເຄື່ອນໄຫວການປະຕິວັດ; ສໍາລັບທີ່ຕັ້ງ ທິດຕາເວັນອອກ ແລະ ທິດເໜືອ ມີຊາຍແດນຮ່ວມກັນກັບ 4 ເມືອງຂອງແຂວງເຫງະອານ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງ ວຽງທອງ, ທິດໃຕ້ຕິດກັບເມືອງ ຄໍາເກີດ. ເມືອງໄຊຈໍາພອນ ມີເນື້ອທີ່ທັງໝົດ 2.545 ກິໂລຕາແມັດ ເນື້ອທີ່ສ່ວນໃຫຍ່ແມ່ນເປັນພູສູງ ເຊິ່ງກວມ 95%, ມີ 4 ກຸ່ມບ້ານ, 1 ຮາກຖານບ້ານໃຫຍ່, 18 ບ້ານ, 1.800 ກວ່າຄອບຄົວ, ມີພົນລະ ເມືອງທັງໝົດ 11.262 ຄົນ. ການຂະຫຍາຍຕົວທາງດ້ານເສດຖະກິດ ນັບມື້ນັບດີຂຶ້ນເປັນກ້າວໆ ສະ ເລ່ຍລາຍຮັບຕໍ່ຫົວຄົນປະມານ 823,6 ໂດລາຕໍ່ຄົນຕໍ່ປີ. ສະເລ່ຍເຂົ້າກິນປະມານ 359 ກິໂລ/ຄົນ/ປີ. ມີເສັ້ນທາງເຂົ້າເຖີງ 18 ບ້ານ ກວມ 100% ແຕ່ບໍ່ສາມາດທຽວໄດ້ 02 ລະດູ. ອັດຕາການຊົມໃຊ້ໄຟຟ້າກວມ 83,3% ຂອງຈໍານວນບ້ານທັງໝົດ, ລະບົບໂທລະຄົມມະນາຄົມສື່ສານ ກວມເອົາ 50%, ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ປະຕິບັດໄດ້ 85%. ຄຽງຄູ່ກັນນັ້ນ ວຽກງານອື່ນໆກໍ່ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເປັນກ້າວໆ.



ໃນໂອກາດດຽວກັນນີ້ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ໂດຍສະ ແດງໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ການຕັດສິນໃຈຂອງຄະນະນໍາຂອງເມືອງ, ສິ່ງສໍາຄັນແມ່ນ ການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຊິ່ງໄດ້ເຮັດໃຫ້ບັນດາພື້ນຖານໂຄງຮ່າງຂອງເມືອງ ໄດ້ຮັບການພັດທະນາຢ່າງກວ້າງຂວາງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ. ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມທົ່ວເມືອງ ໄດ້ສືບຕໍ່ພັດທະນາຢ່າງຮອບດ້ານ, ສັງຄົມມີຄວາມສະຫງົບປອດໄພ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກ ໃຫ້ຄະນະນໍາ, ພະນັກງານທຸກຂັ້ນທົ່ວເມືອງ ໃຫ້ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມເສຍສະຫຼະ ແລະ ຄວາມພິລະອາດຫານ, ຄວາມສາມັກຄີອັນເປັນປຶກແຜ່ນ; ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ ແລະ ປະຊາຊົນ ພ້ອມກັບການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນເມືອງ; ສືບຕໍ່ຊຸກຍູ້ ແລະ ແນະນໍາຂະບວນການຜະລິດກະສິກໍາ ໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນ ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຕ່ລະບ້ານໃຫ້ນັບມື້ນັບຫຼາຍ ເພື່ອກາຍເປັນສິນຄ້າ ທັງນີ້ ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ສິ່ງສໍາຄັນແມ່ນຫຼຸດພົ້ນອອກຈາກຄວາມທຸກຍາກ. ພ້ອມດຽວກັນນີ້ ກໍ່ໃຫ້ເອົາໃຈໃສ່ ໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ເພື່ອເຮັດໃຫ້ຊັບພະຍາກອນທໍາມະຊາດ ໄດ້ຖືກນໍາໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.




ພາບ-ຂ່າວ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com


Powered by Blogger.