Header Ads

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມ






ອີງຕາມການລາຍງານຂອງ ກົມປະຊາສຳພັນ ສນຍ  ວ່າ : ໃນຕອນແລງຂອງວັນທີ 29 ພຶດສະພາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຮົາອາ ເລັງ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 28-31 ພຶດສະພາ 2018.



ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ເຮົາອາ ເລັງ ແລະ ຄະນະ ອັນເປັນການເພີ່ມທະວີສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ກໍ່ຄືສູນກາງແນວລາວສ້າງຊາດ ກັບ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໂດຍສະເພາະ ກໍ່ເພື່ອເປັນການຜັນຂະຫຍາຍໝາກຜົນຂອງການພົບປະກັນ ລະຫວ່າງສອງຄະນະກົມການເມືອງສູນກາງພັກ ລາວ-ຫວຽດນາມ ແລະ ກອງປະຊຸມຂອງຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາກໍ່ສຳເລັດໃນໝໍ່ໆມານີ້ ເພື່ອພ້ອມກັນຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ເປັນຕົ້ນ ກໍ່ແມ່ນທາງດ້ານເສດຖະກິດ, ເຕັກນິກ ແລະ ວັດທະນະທຳ-ສັງຄົມ ໄລຍະ 2016-2020. ເຊິ່ງ ທ່ານ ເຮົາອາ ເລັງ ກໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນຂອງການພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ທີ່ໄດ້ພ້ອມກັນປະເມີນຕີລາຄາ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ກ່ຽວກັບການສ້າງເສັ້ນຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ພ້ອມນີ້, ທັງສອງຝ່າຍ ກໍ່ໄດ້ຕົກລົງເປັນເອກະພາບກັນຫຼາຍດ້ານ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານ ເຮົາອາ ເລັງ ຍັງໄດ້ສົນທະນາບາງບັນຫາ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ໂດຍສະເພາະ ໄດ້ຕີລາຄາສູງ ຕໍ່ການຮ່ວມມືຊ່ວຍເຫຼືອໃນໄລຍະຜ່ານມາຂອງ ສອງພັກ ແລະ ສອງລັດຖະບານ ລາວ-ຫວຽດນາມ ເປັນຕົ້ນ ການຊ່ວຍເຫຼືອຝ່າຍລາວໃນບັນດາໂຄງການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານອົງການທີ່ສຳຄັນຂອງ ສປປ ລາວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການຮ່ວມມືພັດທະນາໂຄງການລົງທຶນ ທັງຢູ່ ສປປ ລາວ ແລະ ຢູ່ ສສ ຫວຽດນາມ, ການຊຸກຍູ້ສົ່ງເສີມການລົງທຶນຢູ່ ສປປ ລາວ ຂອງວິສາຫະກິດຫວຽດນາມ ທີ່ນັບມື້ນັບຫຼາຍຂຶ້ນ ຈົນກາຍເປັນອັນດັບຕົ້ນໆ ຂອງການລົງທຶນຕ່າງປະເທດຢູ່ລາວ ອັນເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວ, ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ, ການຊຸກຍູ້ສົ່ງເສີມດ້ານການຄ້າລະຫວ່າງສອງປະເທດ ທີ່ມີປະລິມານເພີ່ມຂຶ້ນ ໃນທຸກໆປີ.

ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສະແດງຄວາມຫວັງວ່າ ສອງຝ່າຍ ສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຈະໄດ້ພ້ອມກັນສືບຕໍ່ໄປມາຫາສູ່ກັນ ແລະ ແລກປ່ຽນຄະນະຜູ້ແທນນຳກັນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ສືບຕໍ່ໂຄສະນາເຜີຍແຜ່ ແລະ ກະຕຸກຊຸກຍູ້ສາຍພົວພັນການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໃນທຸກຂົງເຂດວຽກງານ.

ຂ່າວ ແລະ ພາບ ກົມປະຊາສຳພັນ ສນຍ
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
_______


Powered by Blogger.