Header Ads

ທ່ານ ສົມສະນິດ ສຸວັນນະລາດ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຕ້ອນຮັບຄະນະຜູ້ແທນສິງກະໂປ





ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສົມສະ ນິດ ສຸວັນນະລາດ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນ ຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແດນ ລິມ ເຈີ ວີ ຜູ້ອໍານວຍການການຕະຫຼາດ ແລະ ຕ່າງປະເທດ ຂອງສະຖາບັນນະ ໂຍບາຍລັດ ລີກວນຢິວ ຂອງປະເທດສິງກະໂປ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ຢ່າງເປັນທາງການ.



ໂອກາດດັ່ງກ່າວ, ທ່ານ ສົມສະນິດ ສຸວັນນະລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງ ທ່ານ ແດນ ລິມ ເຈີ ວີ ພ້ອມດ້ວຍຄະນະໃນຄັ້ງນີ້, ເພື່ອ ເປັນການ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ສິງກະໂປ ໃຫ້ນັບມື້ເຂົ້າສູ່ລວງ ເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ, ໂດຍສະເພາະແມ່ນການຮ່ມມືກັນໃນຂົງເຂດການສ້າງຂີດ ຄວາມສາມາດ ແລະ ການພັດທະນາຊັບພະຍາກອນມະນຸດ ກໍ່ຄື ນະໂຍບາຍກ່ຽວກັບການປົກຄອງລັດ ແລະ ການພັດທະ ນາເສດຖະກິດ-ສັງຄົມ ໃນໄລຍະໃໝ່. ນອກນັ້ນ, ທ່ານ ສົມສະນິດ ສຸວັນນະລາດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງ ຕ້ອງການ ໃນໄລຍະໃໝ່, ອີງໃສ່ຄວາມສາມາດ ແລະ ເງື່ອນໄຂຕົວຈິງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍ່ ໄດ້ກໍານົດ ແລະ ຈັດຕັ້ງປະຕິບັດແຜນການສ້າງຂີດຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດຂອງຕົນ ທັງໄລ ຍະສັ້ນ ແລະ ໄລຍະຍາວໄປພ້ອມໆກັນ. ໂອກາດດັ່ງກ່າວ, ທ່ານ ສົມສະນິດ ສຸວັນນະລາດ ຍັງໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານສິງກະໂປ ໂດຍສະເພາະແມ່ນ ການໃຫ້ທຶນການຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ອັນເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ.


ໃນໂອກາດເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ແດນ ລິມ ເຈີ ວີ ໄດ້ສ​ະແດງຄວາມຂອບໃຈມາຍັງ ທ່ານ ສົມສະ ນິດ ສຸວັນນະລາດ ທີ່ໄດ້ເສຍສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງ ເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້ ພ້ອມທັງ ຢັ້ງຢືນຕື່ມວ່າ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕໍ່ໄປ. ​​


ທີ່ມາ: ກົມ​ປະ​ຊາ​ສຳ​ພັນ, ພະ​ແນກ​ໂຄ​ສະ​ນາ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com
____

Powered by Blogger.